• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ UAE ລົງ​ນາມ​ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ (CEPA)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ, ນາຍົກລັດຖະມົນຕີ UAE Sheikh Mohammed bin Rashid Al Maktoum ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາ CEPA, ສັນຍາການຄ້າເສລີສະບັບທຳອິດຂອງ ຫວຽດນາມ ກັບປະເທດ ອາຣັບ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ທັງເປັນນາຍົກັລດຖະມົນຕີ UAE Mohammed bin Rashid Al Maktoum ເປັນສັກຂີພິຍານພິທີລົງນາມ

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໂອ້ລົມສົນທະນາກັບທ່ານຮອງປະທານາທິບໍດີ ທັງເປັນນາຍົກລັດຖະມົນຕີ UAE, Sheikh Mohammed bin Rashid Al Maktoum. ໃນການສົນທະນາ, ການນຳສອງທ່ານເຫັນດີເປັນເອກະພາບ 5 ຈຸດສຸມຮ່ວມມືໃນໄລຍະຈະມາເຖິງ, ລວມມີ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຫຼາຍກວ່າອີກ; ສ້າງຕັ້ງບັນດາກຸ່ມປະຕິບັດງານລວມ ເພື່ອແນໃສ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານໃຫ້ແທດຈິງ; ຜັນຂະຫຍາຍສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການແລກປ່ຽນການຄ້າ; ສົ່ງເສີມ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ UAE ລົງທຶນ, ດຳເນີນທຸລະກິດຢູ່ສອງປະເທດ; ເພີ່ມທະວີການຮ່ວມມືໃນຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນະວັດຕະກຳ. ພາຍຫຼັງການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ, ນາຍົກລັດຖະມົນຕີ UAE Sheikh Mohammed bin Rashid Al Maktoum ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາ CEPA, ສັນຍາການຄ້າເສລີສະບັບທຳອິດຂອງ ຫວຽດນາມ ກັບປະເທດ ອາຣັບ.

   ໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການກ່ຽວກັບການລົງນາມໃນເອກະສານອື່ນອີກ 6 ສະບັບ, ໃນນັ້ນມີ: ບົດບັນທຶກຊ່ວຍຈຳກ່ຽວກັບການລົງທຶນ, ນະວັດຕະກຳ ແລະ ສູນການເງິນ, ບົດບັນທຶກຊ່ວຍຈຳວ່າດ້ວຍການແລກປ່ຽນບົດຮຽນປະສົບການກ່ຽວກັບການຫັນເປັນທັນສະໄໝ ແລະ ພັດທະນາລັດຖະບານ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການສຶກສາຂັ້ນມະຫາວິທະຍາໄລ ແລະ ຄົ້ນຄວ້າວິທະຍາສາດ...

   ກ່ອນໜ້ານັ້ນ, ຢູ່ນະຄອນຫຼວງ Abu Dhabi, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Tahnoun bin Zayed Al Nahyan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທັງເປັນຮອງເຈົ້າຄອງນະຄອນຫຼວງ Abu Dhabi, ຕ້ອນຮັບທ່ານ  Arif Amiri ປະທານສູນການເງິນ ດູບາຍ  ແລະ ໄປຢ້ຽມຢາມຫໍພິພິທະພັນ ອະນາຄົດ - ສັນຍາລັກແຫ່ງໃໝ່ຂອງນະຄອນ ດູບາຍ.

ກໍໃນຂອບເຂດຂອງລາຍການດັ່ງກ່າວ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໄດ້ມອບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືສອງຝ່າຍ (MoU) ກັບບໍລິສັດການບິນແຖວໜ້າໂລກ Ethihad  ແລະ Emirates.

(ແຫຼ່ງຄັດຈາກ VOV)

ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ກົດ​ດີ​ວົວ

ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ກົດ​ດີ​ວົວ

ໃນການຕ້ອນຮັບ, ​ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຖືວ່າ ຫວຽດນາມ ແລະ ​ກົດ​ດີ​ວົວ ຕ້ອງເພີ່ມທະວີ ການຮ່ວມມື, ຍູ້ແຮງ ການແລກປ່ຽນຄະນະຜູ້ແທນ, ການພົບປະ ໃນທຸກລະດັບ ແລະ ການແລກປ່ຽນ ບົດຮຽນ ວຽກງານນິຕິບັນຍັດ.

Top