• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ OECD ​ແລກ​ປ່ຽນ​ການສ້າງ​ຮ່າງ​ບົດ​ລາຍ​ງານ​ເສດ​ຖະ​ກິດ ຫວຽດ​ນາມ

ຕອນເຊົ້າວັນທີ 5 ກັນຍາ, ຢູ່ສຳນັກງານອົງການຈັດຕັ້ງ ແລະ ຮ່ວມມືພັດທະນາເສດຖະກິດ (OECD) ຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ, ໄດ້ດຳເນີນກອງປະຊຸມແລກປ່ຽນການສ້າງຮ່າງບົດລາຍງານເສດຖະກິດ ຫວຽດນາມ ໂດຍ OECD ແລະ ທະນາຄານພັດທະນາອາຊີ (ABD) ສົມທົບກັນປະຕິບັດ.

ຕອນເຊົ້າວັນທີ 5 ກັນຍາ, ຢູ່ສຳນັກງານອົງການຈັດຕັ້ງ ແລະ ຮ່ວມມືພັດທະນາເສດຖະກິດ (OECD) ຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ, ໄດ້ດຳເນີນກອງປະຊຸມແລກປ່ຽນການສ້າງຮ່າງບົດລາຍງານເສດຖະກິດ ຫວຽດນາມ ໂດຍ OECD ແລະ ທະນາຄານພັດທະນາອາຊີ (ABD) ສົມທົບກັນປະຕິບັດ. 

    

ພາບປະກອບ: TTXVN

ຮ່າງບົດລາຍງານ ໄດ້ສ້າງຕັ້ງ ໃນຂອບເຂດບົດບັດທຶກຊ່ວຍຈຳຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ OECD ໄລຍະ 2022 – 2026 ທີ່ໄດ້ຮັບການລົງນາມໃນເດືອນພະຈິກ ປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຕີລາຄາສູງ ຮ່າງບົດລາຍງານຄັ້ງທີ 2 ໂດຍ ADB ແລະ OECD ສ້າງຂຶ້ນ ແລະ ສົມທົບກັນສ້າງໃຫ້ສົມບູນແບບ ບົນພື້ນຖານການປະກອບຄຳເຫັນ, ຮັບເອົາ, ປັບປຸງ ແລະ ອັບເດດ ຂໍ້ມູນຕີລາຄາຕິດແທດກັບຄຳເຫັນປະກອບຂອງອົງການຝ່າຍ ຫວຽດນາມ”. ບົດລາຍງານ ໄດ້ສະແດງໃຫ້ເຫັນບັນດາເນື້ອໃນ: ສານກ່ຽວກັບການຮັກສາເສດຖະກິດມະຫາພາກ ແລະ ສະຖຽນລະພາບທາງສັງຄົມ, ຕິດພັນກັບການຟື້ນຟູເສດຖະກິດ; ຮຽກຮ້ອງການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຕິດພັນກັບການປັບປຸງການບໍລິຫານລັດວິສາຫະກິດ ແລະ ບັນດາຂໍ້ກຳນົດກ່ຽວກັບບັນດາຕະຫຼາດສິນຄ້າລະອຽດ… ນີ້ແມ່ນຄັ້ງທຳອິດ OECD ສ້າງບົດລາຍງານ ແລະ ການສຳຫຼວດສຳລັບ ຫວຽດນາມ, ປະກອບສ່ວນຍົກອອກແງ່ມູນຢ່າງພາວະວິໄສ, ເອກະລາດ ແລະ ສົ່ງເສີມຢ່າງຊັດເຈນ, ແມ່ນເອກະສານທີ່ມີຄຸນນະພາບ ຊ່ວຍບັນດານັກວາງແຜນກຳນົດນະໂຍບາຍຂອງ ຫວຽດນາມ ມີຂໍ້ມູນຕື່ມອີກ ແລະ ຕັດສິນໃຈປຽນແປ່ງໃໝ່, ມີການປັບປຸງທີ່ມີຄວາມເປັນໄປໄດ້ໃນສະພາບການຟື້ນຟູ ແລະ ພັດທະນາເສດຖະກິດ ຫວຽດນາມ ໄລຍະຫຼັງໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top