ທ່ານ Gareth Leather, ນັກເສດຖະກິດຂັ້ນສູງຂອງ ອາຊີ ຢູ່ບໍລິສັດເສດຖະກິດມະຫາພາກທົ່ວໂລກ Capital Economics ຢູ່ ລອນດອນ, ຖືວ່າ ຫວຽດນາມ ດຶງດູດແຂກທ່ອງທ່ຽວສາກົນຍ້ອນການປະສານສົມທົບລະຫວ່າງມູນເຊື້ອປະຫວັດສາດ, ທິວທັດທຳມະຊາດທີ່ຫຼາກຫຼາຍ ແລະ ຄ່າໃຊ້ຈ່າຍທີ່ເໝາະສົມ. ວັດທະນະທຳຢູ່ຕາມທ້ອງຖະໜົນ, ອາຫານການກິນ ແລະ ບັນດາການບໍລິການເບິ່ງແຍງດູແລສຸຂະພາບ, ການເສີມສວຍດ້ວຍລາຄາເໝາະສົມ ພວມນັບມື້ນັບດຶງດູດແຂກທ່ອງທ່ຽວໜຸ່ມຈາກ ສິງກະໂປ ແລະ ບັນດາປະເທດໃນພາກພື້ນ.
ແງ່ຫວັງເຕີບໂຕຂອງຂະແໜງທ່ອງທ່ຽວ ຫວຽດນາມ ໃນຂຸມປີຈະມາເຖິງໂດຍໜັງສືພິມ The Strait Times ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ເມື່ອລັດຖະບານວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 50 ລ້ານເທື່ອຄົນໃນປີ 2030. ໄປຄຽງຄູ່ກັນນັ້ນ, ຫຼາຍກຸ່ມບໍລິສັດໂຮງແຮມສາກົນ ໄດ້ ແລະ ພວມເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ບັນດາໂຄງການທີ່ມີຂອບຂະໜາດໃຫຍ່ສືບຕໍ່ໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຮັບໃຊ້ແຂກທ່ອງທ່ຽວ.








