ຂ່າວສານ
ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນຂອງ ອິດສະຣາແອັນ, ມີບົດບາດນັບມື້ນັບສຳຄັນຢູ່ ອາຊີຕາເວັນອອກສ່ຽງໃຕ້
ທີ່ພິທີ, ທ່ານປະທານາທິບໍດີ Isaac Herzog, ເນັ້ນໜັກວ່າ ອິດສະຣາແອັນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ; ຕີລາຄາ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສ່ວນທ່ານ ເອກອັກຄະລັດຖະທູດ ຫງວຽນກີ່ເຊີນ ຢັ້ງຢືນວ່າ ຫວຽດນາມ ຖື ອິດສະຣາແອັນ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ, ພ້ອມທັງປາດຖະໜາຢາກສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຈະມານະພະຍາຍາມເປັນຂົວຕໍ່ຊຸກຍູ້ການພົວພັນສອງຝ່າຍ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຄ້າ - ການລົງທຶນ, ກໍຄືເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ ອິດສະຣາແອັນ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
ສອງຝ່າຍກໍແລກປ່ຽນແງ່ຫວັງຮ່ວມມືທາງດ້ານເສດຖະກິດ, ໃນນັ້ນ ໄດ້ເນັ້ນໜັກເຖິງເລື່ອງຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ (VIFTA) ຢ່າງມີປະສິດທິຜົນ; ຊຸກຍູ້ 2 ບໍລິສັດການບິນ ອິດສະຣາແອັນ ນັ້ນແມ່ນ EL AL Airlines ແລະ Arkia Israeli Airlines ເປີດບັນດາສາຍການບິນໂດຍກົງມາຍັງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນຕື່ມອີກ. ທ່ານປະທານາທິບໍດີ Isaac Herzog ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ແລກປ່ຽນການຄ້າລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ.







