• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ແຕ່ວັນທີ 2-10 ກຸມພາ, ກອງປະຊຸມຄັ້ງທີ 64 ຂອງຄະນະກຳມະການພັດທະນາສັງຄົມ ສປຊ (CSocD) ດ້ວຍຫົວຂໍ້ “ຊຸກຍູ້ການພັດທະນາສັງຄົມ ແລະ ຄວາມຍຸດຕິທຳສັງຄົມ ຜ່ານບັນດານະໂຍບາຍສົມທົບກັນ, ຍຸດຕິທຳ ແລະ ກວມລວມ” ຈັດຂຶ້ນຢູ່ສຳນັກງານ ສປຊ ທີ່ ນິວຢອກ ປະເທດ ອາເມລິກາ.  
(ພາບ: TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັກທະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢືນຢັນວ່າ ການພັດທະນາສັງຄົມ ແລະ ຄວາມຍຸດຕິທຳສັງຄົມແມ່ນເສົາຄ້ຳໃນຍຸດທະສາດພັດທະນາປະເທດຊາດຂອງ ຫວຽດນາມ, ດ້ວຍກຳນົດທິດຖືເອົາການປົວແປງຊີວິດຂອງ ປຊຊ ແມ່ນໄມ້ວັດແທກການເຕີບໂຕ. ຜູ້ຕາງໜ້າຂອງ ຫວຽດນາມ ແບ່ງປັນວ່າ: ໃນ 5 ປີຜ່ານມາ, ອັດຕາຄວາມທຸກຍາກໄດ້ຫລຸດແຕ່ 5,2% ລົງເຫຼືອພຽງ 1,3%; GDP ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ 1,4 ເທົ່າ, ນຳ ຫວຽດນາມ ເຂົ້າໃນບັນຊີລາຍຊື່ກຸ່ມບັນດາປະເທດມີລາຍຮັບສະເລ່ຍສູງ. ພ້ອມກັນນັ້ນ, ທ່ານຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະເໜີເພີ່ມທະວີການສົມທົບກັນ, ຕິດພັນນະໂຍບາຍຕາມວິທີເຂົ້າເຖິງທົ່ວລັດຖະບານ, ທົ່ວສັງຄົມ; ນຳຄວາມສະເໝີພາບລະຫວ່າງຍິງ-ຊາຍເຂົ້າໃນນະໂຍບາຍແຮງງານ-ສັງຄົມ ແລະ ຊຸກຍູ້ການມອບສິດເສດຖະກິດໃຫ້ແກ່ແມ່ຍິງ; ຍູ້ແຮງການຫັນເປັນດີຈີຕອນ ຜ່ານການລົງທຶນພື້ນຖານໂຄງລ່າງ ແລະ ເຕັກນິກດີຈີຕອນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ພ້ອມກັບການເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍສາກົນໃຫ້ແກ່ບັນດາປະເທດພວມພັດທະນາ.

(ແຫຼ່ງຄັດຈາກ VOV)

ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນເມື່ອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ແລະ ອ​ວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນເມື່ອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ແລະ ອ​ວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເມຍ 2026, ຕອນຄ່ຳວັນທີ 09 ກຸມພາ, ຢູ່ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2026”, ນີ້ແມ່ນສະຖານທີ່ອັນສະໜິດສະໜົມ, ເປັນແຫ່ງເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ ຈີນ ເຕົ້າໂຮມກັນ, ແບ່ງປັນຄວາມມ່ວນຊື່ນເມື່ອຕ້ອນຮັບບຸນປີໃໝ່ ແລະ ອວ່າຍໜ້າເມືອຫາປະເທດຊາດ.

Top