• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໂປ່ງ​ໃສ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ເສ​ລີ​ພາບ, ຍຸ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ
  ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 20 ສິງ​ຫາ, ທີ່​ກາ​ນ​ຖະ​ແຫຼງ​ຂ່າວ​ປະ​ຈຳ ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ທີ່​ໄດ້​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ໂດຍ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ຫ່​ວາງ​ແລ້ວ​ນີ້​​ທີ່ໄດ້​ຍົກ​ອອກ 40 ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ມີ​ຄວາມ​ສ່ຽງ​ຖືກ​ສວຍ​ໃຊ້​ເພື່ອຫຼີກ​ລ້ຽງ​ພາ​ສີອາ​ກອນ, ໃນ​ນັ້ນ​ມີ ຫວຽດ​ນາມ, ຕາມ​ນັ້ນ​ແລ້ວ, ສິນ​ຄ້າທີ່​ໄດ້​ຂົນ​ສົ່ງ​ຜ່ານ​ປະ​ເທດ​ທີ 3 ເພື່ອ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ລະ​ດັບ​ພາ​ສີ​ຕ່ຳ​ກວ່າ ​ແລະ ຫຼີກ​ລ້ຽງ​ລະ​ດັບ​ພາ​ສີ​ສູງກວ່າ ໂດຍອາ​ເມ​ລິ​ກາ ຈັດ​ວາງ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໂປ່ງ​ໃສ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ເສ​ລີ​ພາບ, ຍຸ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ພ້ອມ​ທັງ​ໄດ້ ແລະ ພວມ​ສຸມ​ໃສ່​ສ້າງ​ລະ​ບອບ​ລະ​ບຽບ​ການ, ຍົກ​ສູງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ບັນ​ດາ​ຂອບ​​ເຂດນິ​ຕິ​ກຳ, ຂໍ້ກຳ​ນົດກ່ຽວ​ກັບ​ການ​ຕ້ານ​ການ​ສໍ້ໂ​ກງ​ແຫຼ່ງ​ຕົ້ນ​ກຳ​ເນີດເວົ້າ​ສະ​ເພາະ ແລະ ສໍ້​ໂກງ​ການ​ຄ້າ​ເວົ້າ​ລວມ, ເດັດ​ດ່ຽວສະ​ກັດ​ກັ້ນ​ການ​ສໍ້​ໂກງ​ຕົ້ນ​ກຳ​ເນີດ ແລະ ການ​ເປັນ​ກາງຄຽນ​ຖ່າຍ​ສົ່ງ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ. ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ, ຫວຽດ​ນາມ ຍົກ​ອອກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຢ່າງ​ແຮງ​ໃນ​ກາ​ນ​ຕ້ານ​ທຸກ​ການ​ກະ​ທຳ​ສໍ້​ໂກງ​ການ​ຄ້າ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເຂັ້ມ​ງວດ.

(ແຫຼ່ງຄັດຈາກ VOV)


Top