• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 6 ປະເທດ.
ທ່ານລັດຖະມົນຕີ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)

ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມື ແມ່ນ້ຳຂອງ - ລ້ານຊາງ (MLC) ຄັ້ງທີ 8 ໄດ້ດຳເນີນໃນວັນທີ 7 ທັນວາ, ຢູ່ປັກກິ່ງ (ຈີນ), ດ້ວຍການເຂົ້າຮ່ວມຂອງທ່ານບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກຮ່ວມມື MLC ເຊິ່ງແມ່ນ ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຈີນ. ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 6 ປະເທດ. ໂດຍມຸ່ງໄປເຖິງເປົ້າໝາຍສ້າງອະນາຄົດທີ່ສວຍງາມໃຫ້ແກ່ປະຊາຊົນ, ທ່ານບຸຍແທັງເຊີນ ໄດ້ສະເໜີ 4 ກຸ່ມບຸລິມະສິດຮ່ວມມື MLC ໃນໄລຍະຈະມາເຖິງ, ນັ້ນແມ່ນ: ພັດທະນາບັນດາຂະແໜງອຸດສາຫະກຳພື້ນຖານ, ຫັນປ່ຽນການເຮັດວຽກດ້ວຍມື, ການຕິດຕັ້ງ ກາຍເປັນການຄົ້ນຄ້ວາ, ອອກແບບ ແລະ ຜະລິດເປັນເທື່ອລະກ້າວ; ຊຸກຍູ້ນະວັດຕະກຳ, ໂປແກຼມ ແລະ ການຖ່າຍທອດເຕັກໂນໂລຢີ. ຍູ້ແຮງການຫັນເປັນດີຈີຕອນຜ່ານການໂອ້ລົມສົນທະນານະໂຍບາຍກ່ຽວກັບເສດຖະກິດດີຈີຕອນ ແລະ ຄວາມປອດໄພທາງອິນເຕີເນັດ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດດີຈີຕອນ, ນະຄອນອັດສະລິຍະ, ຫັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ (MSMEs) ເປັນດີຈີຕອນ ແລະ ສົ່ງເສີມການສ້າງ ໂຄງລ່າງດີຈີຕອນ, ນຳໃຊ້ເຕັກໂນໂລຢີລຸ້ນໃໝ່ເຂົ້າໃນຂະແໜງອຸດສາຫະກຳນທຳການຜະລິດປົກປັກຮັກສາສິ່ງແວດລ້ອມ ແລະ ຫັນເປັນການເຕີບໂຕສີຂຽວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top