ຂ່າວສານ
ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ບຸນກາຣີ ສົມທົບກັນດຳເນີນທຸລະກິດ
ເມື່ອກ່າວປາໄສໄຂເວທີປາໄສ, ທ່ານ Rumen Radev ປະທານາບໍດີ ບຸນກາຣີ ຢັ້ງຢືນວ່າ ເລື່ອງ 2 ຝ່າຍຕົກລົງສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ບຸນກາຣີ - ຫວຽດນາມ ຈະແມ່ນພື້ນຖານສຳຄັນ ແລະ ໝັ້ນແກ່ນເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ 2 ປະເທດໃຫ້ສືບຕໍ່ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ. ທ່ານ Rumen Radev ປະທານາບໍດີ ບຸນກາຣີ ປາດຖະໜາວ່າ ຈະໄດ້ຕ້ອນຮັບນັກສຶກສາ ຫວຽດນາມ ຈຳນວນຫຼາຍມາຮ່ຳຮຽນຢູ່ ບຸນກາຣີ, ເສີມຂະຫຍາຍມູນເຊື້ອການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ ແລະ ອອກແຮງງານ; ພ້ອມທັງເນັ້ນໜັກວ່າ ສອງຝ່າຍອາດຈະພ້ອມກັນຮ່ວມມື, ລົງທຶນ ແລະ ມີບັນດາຜະລິດຕະພັນລວມ. ທ່ານ Rumen Radev ປະທານາບໍດີ ບຸນກາຣີ ສະເໜີໃຫ້ບັນດາວິສາຫະກິດ ບຸນກາຣີ ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນບັນດາຂົງເຂດຄື: ວິທະຍາສາດເຕັກໂນໂລຢີ, ກະສິກຳສະອາດ, ຜະລິດຕະພັນການຢາ, ການສຶກສາ, ພະລັງງານທົດແທນ ແລະ logistics ເອີຣົບ...
ກ່າວຄຳເຫັນຕໍ່ໜ້າວິສາຫະກິດ 100 ແຫ່ງຂອງສອງປະເທດ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດສາມາດສົມທົບກັນດຳເນີນທຸລະກິດໜູນຊ່ວຍວິວັດທະນາການພັດທະນາເສດຖະກິດຂອງແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມປາດຖະໜາຢາກຮ່ວມມືຍາວນານກັບບັນດາວິສາຫະກິດ ບຸນກາຣີ.
ໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕລິມ ແລະ ທ່ານປະທານາທິບໍດີ Rumen Radev ໄດ້ເປັນສັກຂີພິຍານ ພິທີມອບ - ຮັບຂໍ້ຕົກລົງຮ່ວມມືຂອງ 2 ປະເທດໃນຂົງເຂດຕ່າງໆ.







