• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢູ່​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ 2023

ກຸ່ມບໍລິສັດ ເຕັກໂນໂລຢີໂທລະຄົມມະນາຄົມກອງທັບ Viettel ດ້ວຍຜູ້ຕາງໜ້າແມ່ນບໍລິສັດໃຫຍ່ ອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech) ເຂົ້າຮ່ວມງານວາງສະແດງດ້ວຍບົດບາດແມ່ນຮ້ານວາງສະແດງແຫ່ງຊາດ ຫວຽດນາມ.
ທ່ານພົນໂທ ຟຸ່ງຊີເຕິນ, ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ຢ້ຽມຊົມຮ້ານວາງສະແດງຂອງ ກຸ່ມບໍລິສັດ Viettel

ງານວາງສະແດງການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ 2023 (Defense & Security 2023) ພວມດຳເນີນຢູ່ໄທ ໃນລະຫວ່າງວັນທີ 6 – 9 ພະຈິກ. ງານວາງສະແດງປີນີ້ ມີການເຂົ້າຮ່ວມຂອງນັກຜະລິດດ້ານການທະຫານແຖວໜ້າໂລກ ເກືອບ 500 ແຫ່ງທີ່ມາຈາກ 50 ປະເທດ ເຊິ່ງໄດ້ຮັບການຕີລາຄາແມ່ນເຫດການ ການທະຫານສາກົນສຳຄັນຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ນອນໃນ top 15 ປະເທດໃນໂລກ.

ກຸ່ມບໍລິສັດ ເຕັກໂນໂລຢີໂທລະຄົມມະນາຄົມກອງທັບ Viettel ດ້ວຍຜູ້ຕາງໜ້າແມ່ນບໍລິສັດໃຫຍ່ ອຸດສາຫະກຳເຕັກໂນໂລຢີສູງ Viettel (Viettel High Tech) ເຂົ້າຮ່ວມງານວາງສະແດງດ້ວຍບົດບາດແມ່ນຮ້ານວາງສະແດງແຫ່ງຊາດ ຫວຽດນາມ. ທ່ານພົນໂທ ຟຸ່ງຊີເຕິນ, ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມງານ ແລະ ໃຫ້ຮູ້ວ່າ:

ເລື່ອງກຸ່ມບໍລິສັດເຕັກໂນໂລຢີໂທລະຄົມມະນາຄົມກອງທັບ Viettel ຕາງໜ້າໃຫ້ແກ່ກອງທັບ ຫວຽດນາມ ເຂົ້າຮ່ວມງານວາງສະແດງສາກົນ ຢູ່ໄທແມ່ນ ເພື່ອແນໃສ່ປະຕິບັດແນວທາງການຕ່າງປະເທດເຊື່ອມໂຍງເຂົ້າກັບສາກົນ, ການຕ່າງປະເທດດ້ານປ້ອງກັນຊາດຢ່າງຕັ້ງໜ້າ, ເປີດກວ້າງ, ມີລວງເລິກ, ເປັນເພື່ອນມິດກັບບັນດາປະເທດເພື່ອສັນຕິພາບຂອງ ຫວຽດນາມ. ກຳລັງແຮງດ້ານປ້ອງກັນຊາດ ຂອງ ຫວຽດນາມ ແມ່ນເພື່ອປົກປັກຮັກສາປະເທດສາດ, ເພື່ອເປົ້າໝາຍສັນຕິພາບ, ສອດຄ່ອງກັບຫົວຂໍ້ຂອງງານວາງສະແດງຄັ້ງນີ້ ແມ່ນ Power of Partnership,  ແມ່ນ ກຳລັງແຮງຂອງບັນດາການເຊື່ອມຕໍ່ຄູ່ຮ່ວມມື.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top