• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ ສ​ປ​ຊ​ ໃນ​ປີ 2025

ວັນທີ 15 ມັງກອນ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ໄດ້ຈັດກອງປະຊຸມຄົບຄະນະຢູ່ ນິວຢອກ, ອາເມລິກາ ເພື່ອຮັບຟັງ ແລະ ປຶກສາຫາລືບັນດາບຸລິມະສິດຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃນປີ 2025.
ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ
ເຂົ້າຮ່ວມກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຂີດໝາຍສະເຫຼີມສະຫຼອງ 80 ປີແຫ່ງການສ້າງຕັ້ງ ສປຊ ໃນປີ 2025 ແມ່ນໂອກາດສຳຄັນເພື່ອໃຫ້ປະຊາຄົມສາກົນ ພ້ອມກັນຫວນຄືນບັນດາຜົນສຳເລັດທີ່ບັນລຸໄດ້ ແລະ ວາງອອກການກຳນົດທິດໃໝ່ໃຫ້ເໝາະສົມເພື່ອແກ້ໄຂບັນດາສິ່ງທ້າທາຍໃນໄລຍະຈະມາເຖິງ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ການຮັບຮອງເອກະສານ ເພື່ອອະນາຄົດ ແລະ ຄຳໝັ້ນສັນຍາຈະຊຸກຍູ້ການປະຕິບັດຂໍ້ຕົກລົງນີ້ຢ່າງມີປະສິດທິຜົນ ເພື່ອແນໃສ່ຮັບປະກັນອະນາຄົດທີ່ສວຍງາມ ແລະ ຍືນຍົງໃຫ້ແກ່ປະຊາຊົນໝົດທຸກຄົນ. ສຳລັບຫວຽດນາມ, ປີ 2025 ກໍ່ແມ່ນຂີດໝາຍປະຫວັດສາດ 80 ປີແຫ່ງວັນຍາດໄດ້ເອກະລາດ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ໂດຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສປຊ, ຫວຽດນາມ ໄດ້ ແລະ ຈະສືບຕໍ່ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງ ສປຊ ເພື່ອແນໃສ່ພ້ອມກັນຮັບມືກັບບັນດາສິ່ງທ້າທາຍໃໝ່,

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top