• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ຟີ​ລິບ​ປິນ ແລະ ສາຍ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ

ວັນທີ 02 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ ປະຈຳ ຫວຽດນາມ Meynardo Los Banos Montealegre ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam.
ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ, ທ່ານພົນໂທ ຟານວັນຢາງ ແລະ ທ່ານ Meynardo Los Banos Montealegre ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີ ຊຸກຍູ້ການຈັດຕັ້ງການເຄື່ອນໄຫວທີ່ເໝາະສົມຈຳນວນໜຶ່ງຕາມຮູບການທາງອອນລາຍ, ໂດຍສະເພາະແມ່ນການເຈລະຈານະໂຍບາຍປ້ອງກັນຊາດ, ກຸ່ມປະຕິບັດງານລວມ ກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດ, ການປຶກສາຫາລືສອງຝ່າຍ ລະຫວ່າງກຳລັງທະຫານເຮືອ, ທະຫານປ້ອງກັນອາກາດ, ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໜູນຊ່ວຍ, ແກ້ໄຂບັນຫາຊາວປະມົງຂອງສອງປະເທດບົນເນື້ອໃນຈິດໃຈມະນຸດສະທຳ…

        ເມື່ອແລກປ່ຽນກັບທ່ານເອກອັກຄະລັດຖະທູດ ສິງປະໂປ Jaya Ratnam ກ່ຽວກັບການຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ, ທ່ານລັດຖະມົນຕີ ຟານວັນຢາງ ກໍເຫັນດີຕໍ່ຂໍ້ສະເໜີຈັດຕັ້ງການເຄື່ອນໄຫວທີ່ເໝາະສົມຈຳນວນໜຶ່ງຜ່ານທາງອອນລາຍ. ສອງຝ່າຍສືບຕໍ່ເຮັດລະບຽບການໃຫ້ສຳເລັດ, ລົງນາມໃນສັນຍາ ລະຫວ່າງ 2 ລັດຖະບານ ກ່ຽວກັບການຮ່ວມມືືທາງດ້ານປ້ອງກັນຊາດສອງຝ່າຍ ໃນປີ 2021.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top