• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​​ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງແຫ່ງຊາດໂລກ ຄັ້ງທີ 5, ຕອນບ່າຍວັນທີ 6 ກັນຍາ ຢູ່ສຳນັກງານ ສະຫະປະຊາຊາດ ຢູ່ ວຽນນາ ປະເທດ ໂອຕາລິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານ Rafael Mariano Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານ ປະລະມານູ ສາກົນ (IAEA).
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ  ແລະ ທ່ານ Rafael Mariano Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານ ປະລະມານູ ສາກົນ (IAEA)

ໜ້າທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ຈະປະກອບເງິນໃນໄລຍະທີ 2 ຂອງໂຄງການ ຂອງ IAEA ເພື່ອສ້າງຫ້ອງທົດລອງທີ່ທັນສະໄໝ ທີ່ມີຊື່ວ່າ Yukiya Amano ເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃນການໜູນຊ່ວຍບັນດາປະເທດໃນການຕໍ່ສູ້ ແລະ ສະກັດກັ້ນບັນດາພະຍາດຕິດແປດຈາກສັດ ຂ້າມຊາຍແດນ, ແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງການ ປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມປອດໄພດ້ານສະບຽງອາຫານ.

ທ່ານ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ IAEA ແບ່ງປັນປະສົບການ, ໜູນຊ່ວຍດ້ານເຕັກນິກ ປະຕິບັດສຳເລັດລະບົບກົດໝາຍ ເພື່ອຄຸ້ມຄອງ ແລະ ນຳໃຊ້ພະລັງງານ ປະລະມານູຢ່າງມີປະສິດທິຜົນ ເພື່ອ ພັດທະນາເສດຖະກິດ, ໄປຄຽງຄູ່ການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຄື່ອນໄຫວຮ່ວມມືກ່ຽວກັບນ້ຳ ແລະ ສິ່ງແວດລ້ອມ, ໜູນຊ່ວຍຫວຽດນາມ ໃນການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງ ແລະ ຍົກສູງກຳລັງຄວາມສາມາດດ້ານວິຊາການ ກ່ຽວກັບການນຳໃຊ້ເຕັກໂນໂລຢີປະລະມານູ ເຂົ້າຂົງເຂດສາທາລະນະສຸກ, ປ້ອງກັນຕ້ານໂລກລະບາດໂຄວິດ - 19, ສະໜັບສະໜູນ ຫວຽດນາມ ເຂົ້າຮ່ວມບັນດາຂໍ້ລິເລີ່ມສຳຄັນຂອງ IAEA.

ໃນໂອກາດນີ້, ທ່ານ Rafael Mariano Grossi ໄດ້ປະກາດວ່າ IAEA ຈະສະໜອງຊຸດປະຕິບັດການວິໄຈ PCR ເຄື່ອນທີ່ 3 ຊຸດ ແລະ ຊຸດວິໄຈຫາເຊື້ອຈຳນວນຫຼາຍ ເຊິ່ງລວມມີມູນຄ່າຂຶ້ນເຖິງ 470.000 ເອີໂຣໃຫ້ແກ່ ຫວຽດນາມ.

ແລະກໍ່ໃນວັນດຽວກັນ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບການນຳມະຫາວິທະຍາໄລ IMC Krem, ກຸ່ມບໍລິສັດ WEFORYOU, ກຸ່ມບໍລິສັດ CHRISTOF System ແລະ ພໍ່ແມ່ປະຊາຊົນ ຫວຽດນາມ ຈຳນວນໜຶ່ງມາມອບວັດຖຸອຸປະກອນການແພດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top