ຄະນະກຳມາທິການແມ່ນ້ຳຂອງສາກົນ - ເວທີປາໄສກ່ຽວກັບຊັບພະຍາກອນນ້ຳ ແລະ ການຮ່ວມມືເຂດ
ຄະນະກຳມາທິການແມ່ນ້ຳຂອງສາກົນໄດ້ຮັບການສ້າງຂຶ້ນຕາມສັນຍາຮ່ວມມືພັດທະນາແບບຍືນຍົງເຂດອ່າງແມ່ນ້ຳຂອງ, ທີ່ໄດ້ຮັບການລົງນາມໃນວັນທີ 5 ເມສາ ປີ 1995 ລະຫວ່າງ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ. ຕາມສັນຍາແລ້ວ, ເປົ້າໝາຍຫຼັກຂອງຄະນະກຳມາທິການແມ່ນຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນການນຳໃຊ້, ພັດທະນາ ແລະ ປົກປັກຮັກສາຊັບພະຍາກອນນ້ຳ ແລະ ຊັບພະຍາກອນທຳມະຊາດທີ່ກ່ຽວຂ້ອງ ແບບຍືນຍົງຢູ່ເຂດອ່າງແມ່ນ້ຳຂອງ.
ໃນບັນດາຂອບເຂດຮ່ວມມືກ່ຽວກັບເຂດອ່າງແມ່ນ້ຳຂອງໃນປັດຈຸບັນ, ຄະນະກຳມາທິການແມ່ນອົງການໜຶ່ງດຽວທີ່ມີບົດບາດໜ້າທີ່ສ້າງກອບນິຕິກຳ, ໃນນັ້ນມີກົດລະບຽບບັງຄັບຕໍ່ບັນດາປະເທດສະມາຊິກກ່ຽວກັບການແບ່ງປັນຊັບພະຍາກອນນ້ຳຢ່າງມີຄວາມສະເໝີພາບ, ສົມເຫດສົມຜົນ ແລະ ພ້ອມກັນປົກປັກຮັກສາສິ່ງແວດລ້ອມຊີວະພາບເຂດອ່າງແມ່ນ້ຳ, ໄປຄຽງຄູ່ກັບບົດບາດໜ້າທີ່ຊຸກຍູ້ບັນດາໂຄງການພັດທະນາລວມ. ໃນໄລຍະເກືອບ 30 ປີຜ່ານມາ, ໂດຍໄດ້ຮັບການໜູນຊ່ວຍ ແລະ ປະກອບສ່ວນດ້ານການເງິນຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກ, ບັນດາປະເທດອຸປະຖຳ ແລະ ອົງການຈັດຕັ້ງສາກົນ, ຄະນະກຳມາທິການບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພັດທະນາຢູ່ບັນດາປະເທດສະມາຊິກ, ເພີ່ມທະວີການຮ່ວມມືເຂດອ່າງແມ່ນ້ຳໃນຫຼາຍຂົງເຂດຄື: ກໍ່ສ້າງບັນດາຂໍ້ກຳນົດກ່ຽວກັບການນຳໃຊ້ນ້ຳ, ຄຸ້ມຄອງສິ່ງແວດລ້ອມ, ເຊື່ອມຕໍ່ຄົມມະນາຄົມທາງນ້້ຳ, ຜະລິດກະສິກຳ, ສິນໃນນ້ຳ ແລະ ເປີດກວ້າງການຮ່ວມມືກັບສອງປະເທດຢູ່ເຂດຍ່ານເໜືອ ແມ່ນຈີນ ແລະມຽນມາ (ປັດຈຸບັນ ແມ່ນຄູ່ຮ່ວມມືເຈລະຈາຂອງຄະນະກຳມາທິການ), ບັນດາຄູ່ຮ່ວມມືພັດທະນາ/ປະຊາຄົມອຸປະຖຳ ແລະ ຄູ່ຮ່ວມມືສາກົນອື່ນ.
ເພາະສະນັ້ນ, ການເຄື່ອນໄຫວຂອງຄະນະກຳມາທິການບໍ່ພຽງແຕ່ມີຄວາມສຳຄັນຕໍ່ການພັດທະນາດ້ານເສດຖະກິດ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມຂອງບັນດາປະເທດສະມາຊິກເທົ່ານັ້ນ, ຫາກຍັງຊ່ວຍເພີ່ມທະວີການພົວພັນມິດຕະພາບລະຫວ່າງບັນດາປະເທດໃນເຂດອ່າງແມ່ນ້ຳອີກດ້ວຍ.
ການປະກອບສ່ວນຂອງ ຫວຽດນາມເຂົ້າ ໃນບັນດາຜົນສຳເລັດຂອງຄະນະກຳມາທິການ
ດ້ວຍທີ່ຕັ້ງແມ່ນປະເທດຢູ່ເຂດຍ່ານໃຕ້ແມ່ນ້ຳຂອງ ແລະ ພວມຮັບຜົນກະທົບທີ່ນັບມື້ນັບຮ້າຍແຮງຍ້ອນບັນດາການເຄື່ອນໄຫວພັດທະນາຢູ່ເຂດຍ່ານເໜືອ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມກຳນົດວ່າການຮ່ວມມືໃນຄະນະກຳມາທິການແມ່ນ້ຳຂອງສາກົນ ແມ່ນກົນໄກຮ່ວມມືເຂດມີພື້ນຖານນິຕິກຳຢ່າງແໜ້ນແຟ້ນທີ່ສຸດ, ມີໂຄງປະກອບລະບອບລະບຽບການທີ່ມາແຕ່ດົນນານ ແລະ ມີສະຖຽນລະພາບ, ແລະສຳຄັນກ່ວານັ້ນແມ່ນກົນໄກຮ່ວມມືກ່ຽວກັບຊັບພະຍາກອນນ້ຳ ຢູ່ເຂດອ່າງແມ່ນ້ຳຂອງ ຢ່າງຄົບຖ້ວນ, ພຽງໜຶ່ງດຽວຢູ່ພາກພື້ນ.
ຄະນະກຳມາທິການແມ່ນ້ຳຂອງສາກົນ ກໍ່ຮັບຖືວ່າແມ່ນເວທີປາໄສພາກພື້ນສຳຄັນທີ່ສຸດຊ່ວຍໃຫ້ ຫວຽດນາມປົກປັກຮັກສາຊັບພະຍາກອນນ້ຳ ແລະ ບັນດາຊັບພະຍາກອນທຳມະຊາດທີ່ກ່ຽວຂ້ອງເຖິງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເວົ້າສະເພາະ ແລະ ຄວາມໝັ້ນຄົງແຫຼ່ງນ້ຳແຫ່ງຊາດເວົ້າລວມ. ເພາະສະນັ້ນ, ຫວຽດນາມ ຍາມໃດກໍ່ກຳນົດແມ່ນສະມາຊິກທີ່ຕັ້ງໜ້າ, ເປັນແບບຢ່າງທີ່ດີນຳໜ້າໃນກົນໄກຮ່ວມມືນີ້, ຮຽກຮ້ອງໃຫ້ບັນດາປະເທດສະມາຊິກປະກອບສວ່ນເຂົ້າໃນການປະຕິບັດສັນຍາແມ່ນ້ຳຂອງ 1995 ແລະ ປະຕິບັດຕາມບັນດາຂໍ້ກຳນົດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.
ມາຮອດປັດຈຸບັນ, ຫວຽດນາມໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງ ແລະ ບົດບາດເປັນປະເທດສະມາຊິກທີ່ຕັ້ງໜ້າທີ່ສຸດ, ເຂົ້າຮ່ວມບັນດາການເຄື່ອນໄຫວຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ໃນທຸກຂັ້ນ ແລະ ເວທີປາໄສ, ນັບແຕ່ຂັ້ນສູງຈົດຮອດຂັ້ນລັດຖະມົນຕີ, ຄະນະກຳມະການປະສົມ, ກຸ່ມປະຕິບັດງານ…ໃນທຸກຂົງເຂດຮ່ວມມືຜ່ານບັນດາຂໍ້ລິເລີ່ມ, ການຂົນຂວາຍ, ຊຸກຍູ້ ແລະ ການປະກອບສ່ວນກະໂດດຂັ້ນກ່ຽວກັບການເງິນ, ຂໍ້ມູນຂ່າວສານ, ນັກຊ່ຽວຊານ…
ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ໃນສະພາວະທີ່ລັດຖະບານໄດ້ຮັບຮອງເອົາການວາງແຜນກຳນົດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ໄລຍະ 2021 – 2030, ວິໄສທັດຮອດປີ 2050. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປຶກສາຫາລືກັບບັນດາການນຳຄະນະກຳມາທິການກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ຄືບັນດາກາລະໂອກາດຕໍ່ການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ເວົ້າສະເພາະ ແລະ ເຂດອ່າງແມ່ນ້ຳຂອງເວົ້າລວມ, ພ້ອມກັນກຳນົດທິດບຸລິມະສິດໃຫ້ແກ່ການພັດທະນາເຂດອ່າງແມ່ນ້ຳແບບຍືນຍົງ.