ຂ່າວສານ

ຫວຽດ​ນາມ - ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ໃນ​ກົນ​ໄກ​ຮ່ວມ​ມື​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ

ວັນທີ 5 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີບັນດາປະເທດສະມາຊິກຄະນະກຳມາທິການ ແມ່ນ້ຳຂອງສາກົນລວມມີ: ກຳປູເຈຍ, ລາວ ແລະ ໄທ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການ ແມ່ນ້ຳຂອງສາກົນຄັ້ງທີ 4, ທີ່ໄດ້ດຳເນີນຢູ່ນະຄອນຫຼວງວຽນຈັນ, ປະເທດລາວ. ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ຄະນະກຳມາທິການ ແລະ ໄດ້ຮັບຜົນປະໂຫຍດໂດຍກົງຈາກແມ່ນ້ຳຂອງ, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງແທດຈິງ, ປະຕິບັດສັນຍາແມ່ນ້ຳຂອງ 1995 ຢ່າງມີປະສິດທິຜົນ ແລະ ຜ່ານນັ້ນ, ຮຽກຮ້ອງຕ້ອງການການໜູນຊ່ວຍ, ສະໜັບສະໜູນຈາກປະຊາຄົມສາກົນ ຕໍ່ພາກພື້ນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
 ກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ແມ່ນເຫດການການເມືອງລະດັບສູງຂອງບັນດາປະເທດໃນອະນຸພາກພື້ນ, ຜ່ານນັ້ນຢັ້ງຢືນບົດບາດສຳຄັນຂອງຄະນະກຳມາທິການ, ເພີ່ມທະວີການພົວພັນລະຫວ່າງບັນດາປະເທດ ສະມາຊິກ ແລະ ດຶງດູດຄວາມສົນໃຈ, ສະໜັບສະໜູນຂອງບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ບັນດາຄູ່ຮ່ວມມືເຈລະຈາ, ຄູ່ຮ່ວມມືພັດທະນາ ແລະ ປະຊາຄົມບັນດານັກອຸປະຖຳ.

ຄະນະກຳມາທິການແມ່ນ້ຳຂອງສາກົນ - ເວທີປາໄສກ່ຽວກັບຊັບພະຍາກອນນ້ຳ ແລະ ການຮ່ວມມືເຂດ

ຄະນະກຳມາທິການແມ່ນ້ຳຂອງສາກົນໄດ້ຮັບການສ້າງຂຶ້ນຕາມສັນຍາຮ່ວມມືພັດທະນາແບບຍືນຍົງເຂດອ່າງແມ່ນ້ຳຂອງ, ທີ່ໄດ້ຮັບການລົງນາມໃນວັນທີ 5 ເມສາ ປີ 1995 ລະຫວ່າງ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ. ຕາມສັນຍາແລ້ວ, ເປົ້າໝາຍຫຼັກຂອງຄະນະກຳມາທິການແມ່ນຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນການນຳໃຊ້, ພັດທະນາ ແລະ ປົກປັກຮັກສາຊັບພະຍາກອນນ້ຳ ແລະ ຊັບພະຍາກອນທຳມະຊາດທີ່ກ່ຽວຂ້ອງ ແບບຍືນຍົງຢູ່ເຂດອ່າງແມ່ນ້ຳຂອງ.

ໃນບັນດາຂອບເຂດຮ່ວມມືກ່ຽວກັບເຂດອ່າງແມ່ນ້ຳຂອງໃນປັດຈຸບັນ, ຄະນະກຳມາທິການແມ່ນອົງການໜຶ່ງດຽວທີ່ມີບົດບາດໜ້າທີ່ສ້າງກອບນິຕິກຳ, ໃນນັ້ນມີກົດລະບຽບບັງຄັບຕໍ່ບັນດາປະເທດສະມາຊິກກ່ຽວກັບການແບ່ງປັນຊັບພະຍາກອນນ້ຳຢ່າງມີຄວາມສະເໝີພາບ, ສົມເຫດສົມຜົນ ແລະ ພ້ອມກັນປົກປັກຮັກສາສິ່ງແວດລ້ອມຊີວະພາບເຂດອ່າງແມ່ນ້ຳ, ໄປຄຽງຄູ່ກັບບົດບາດໜ້າທີ່ຊຸກຍູ້ບັນດາໂຄງການພັດທະນາລວມ. ໃນໄລຍະເກືອບ 30 ປີຜ່ານມາ, ໂດຍໄດ້ຮັບການໜູນຊ່ວຍ ແລະ ປະກອບສ່ວນດ້ານການເງິນຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກ, ບັນດາປະເທດອຸປະຖຳ ແລະ ອົງການຈັດຕັ້ງສາກົນ, ຄະນະກຳມາທິການບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພັດທະນາຢູ່ບັນດາປະເທດສະມາຊິກ, ເພີ່ມທະວີການຮ່ວມມືເຂດອ່າງແມ່ນ້ຳໃນຫຼາຍຂົງເຂດຄື: ກໍ່ສ້າງບັນດາຂໍ້ກຳນົດກ່ຽວກັບການນຳໃຊ້ນ້ຳ, ຄຸ້ມຄອງສິ່ງແວດລ້ອມ, ເຊື່ອມຕໍ່ຄົມມະນາຄົມທາງນ້້ຳ, ຜະລິດກະສິກຳ, ສິນໃນນ້ຳ ແລະ ເປີດກວ້າງການຮ່ວມມືກັບສອງປະເທດຢູ່ເຂດຍ່ານເໜືອ ແມ່ນຈີນ ແລະມຽນມາ (ປັດຈຸບັນ ແມ່ນຄູ່ຮ່ວມມືເຈລະຈາຂອງຄະນະກຳມາທິການ), ບັນດາຄູ່ຮ່ວມມືພັດທະນາ/ປະຊາຄົມອຸປະຖຳ ແລະ ຄູ່ຮ່ວມມືສາກົນອື່ນ.

ເພາະສະນັ້ນ, ການເຄື່ອນໄຫວຂອງຄະນະກຳມາທິການບໍ່ພຽງແຕ່ມີຄວາມສຳຄັນຕໍ່ການພັດທະນາດ້ານເສດຖະກິດ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມຂອງບັນດາປະເທດສະມາຊິກເທົ່ານັ້ນ, ຫາກຍັງຊ່ວຍເພີ່ມທະວີການພົວພັນມິດຕະພາບລະຫວ່າງບັນດາປະເທດໃນເຂດອ່າງແມ່ນ້ຳອີກດ້ວຍ.

ການປະກອບສ່ວນຂອງ ຫວຽດນາມເຂົ້າ ໃນບັນດາຜົນສຳເລັດຂອງຄະນະກຳມາທິການ

ດ້ວຍທີ່ຕັ້ງແມ່ນປະເທດຢູ່ເຂດຍ່ານໃຕ້ແມ່ນ້ຳຂອງ ແລະ ພວມຮັບຜົນກະທົບທີ່ນັບມື້ນັບຮ້າຍແຮງຍ້ອນບັນດາການເຄື່ອນໄຫວພັດທະນາຢູ່ເຂດຍ່ານເໜືອ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມກຳນົດວ່າການຮ່ວມມືໃນຄະນະກຳມາທິການແມ່ນ້ຳຂອງສາກົນ ແມ່ນກົນໄກຮ່ວມມືເຂດມີພື້ນຖານນິຕິກຳຢ່າງແໜ້ນແຟ້ນທີ່ສຸດ, ມີໂຄງປະກອບລະບອບລະບຽບການທີ່ມາແຕ່ດົນນານ ແລະ ມີສະຖຽນລະພາບ, ແລະສຳຄັນກ່ວານັ້ນແມ່ນກົນໄກຮ່ວມມືກ່ຽວກັບຊັບພະຍາກອນນ້ຳ ຢູ່ເຂດອ່າງແມ່ນ້ຳຂອງ ຢ່າງຄົບຖ້ວນ, ພຽງໜຶ່ງດຽວຢູ່ພາກພື້ນ.

ຄະນະກຳມາທິການແມ່ນ້ຳຂອງສາກົນ ກໍ່ຮັບຖືວ່າແມ່ນເວທີປາໄສພາກພື້ນສຳຄັນທີ່ສຸດຊ່ວຍໃຫ້ ຫວຽດນາມປົກປັກຮັກສາຊັບພະຍາກອນນ້ຳ ແລະ ບັນດາຊັບພະຍາກອນທຳມະຊາດທີ່ກ່ຽວຂ້ອງເຖິງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ເວົ້າສະເພາະ ແລະ ຄວາມໝັ້ນຄົງແຫຼ່ງນ້ຳແຫ່ງຊາດເວົ້າລວມ. ເພາະສະນັ້ນ, ຫວຽດນາມ ຍາມໃດກໍ່ກຳນົດແມ່ນສະມາຊິກທີ່ຕັ້ງໜ້າ, ເປັນແບບຢ່າງທີ່ດີນຳໜ້າໃນກົນໄກຮ່ວມມືນີ້, ຮຽກຮ້ອງໃຫ້ບັນດາປະເທດສະມາຊິກປະກອບສວ່ນເຂົ້າໃນການປະຕິບັດສັນຍາແມ່ນ້ຳຂອງ 1995 ແລະ ປະຕິບັດຕາມບັນດາຂໍ້ກຳນົດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.

ມາຮອດປັດຈຸບັນ, ຫວຽດນາມໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງ ແລະ ບົດບາດເປັນປະເທດສະມາຊິກທີ່ຕັ້ງໜ້າທີ່ສຸດ, ເຂົ້າຮ່ວມບັນດາການເຄື່ອນໄຫວຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ໃນທຸກຂັ້ນ ແລະ ເວທີປາໄສ, ນັບແຕ່ຂັ້ນສູງຈົດຮອດຂັ້ນລັດຖະມົນຕີ, ຄະນະກຳມະການປະສົມ, ກຸ່ມປະຕິບັດງານ…ໃນທຸກຂົງເຂດຮ່ວມມືຜ່ານບັນດາຂໍ້ລິເລີ່ມ, ການຂົນຂວາຍ, ຊຸກຍູ້ ແລະ ການປະກອບສ່ວນກະໂດດຂັ້ນກ່ຽວກັບການເງິນ, ຂໍ້ມູນຂ່າວສານ, ນັກຊ່ຽວຊານ…

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ໃນສະພາວະທີ່ລັດຖະບານໄດ້ຮັບຮອງເອົາການວາງແຜນກຳນົດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ໄລຍະ 2021 – 2030, ວິໄສທັດຮອດປີ 2050. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປຶກສາຫາລືກັບບັນດາການນຳຄະນະກຳມາທິການກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ຄືບັນດາກາລະໂອກາດຕໍ່ການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ເວົ້າສະເພາະ ແລະ ເຂດອ່າງແມ່ນ້ຳຂອງເວົ້າລວມ, ພ້ອມກັນກຳນົດທິດບຸລິມະສິດໃຫ້ແກ່ການພັດທະນາເຂດອ່າງແມ່ນ້ຳແບບຍືນຍົງ.


top