• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ”

ວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍຄະນະຜູ້ແທນສະຖານທູດ ໄດ້ເຂົ້າມາອວຍພອນ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເນື່ອງໃນໂອກາດ ທ່ານໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດລາວ ຊຸດທີ X ໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ.
  ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເຂົ້າອວຍພອນ ແລະ ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ (ພາບ:TTXVN)  

 ໃນການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະໜັບສະໜູນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານຂອງ ລາວ ຢ່າງແຮງ ແລະ ຄຽງບາຄຽງໄຫຼ່, ຮ່ວມເດີນທາງ, ໃຫ້ການສະໜັບສະໜູນ, ບຸລິມະສິດສູງສຸດໃຫ້ແກ່ ລາວ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດ, ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະສານສົມທົບກັນຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ກໍຄື ບັນດາສົນທິສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາແຜນການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ, ໃນນັ້ນ ມີການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ຢ່າງມີປະສິດທິຜົນ.

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ ທ່ານຈະສືບຕໍ່ຊີ້ນຳກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍການປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ; ທ່ານຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການ, ແຜນການຮ່ວມມືສອງຝ່າຍລະຫວ່າງສອງກະຊວງຢ່າງມີປະສິດທິຜົນ; ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍໃນລະດັບພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ຊາວ​ໜຸ່ມ ຫວຽດ​ນາມ ຄຸນ​ນະ​ທາດສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ - ນຳ​ໜ້າ​ປະ​ດິດ​ຄິດ​ສ້າງ - ​ຄາດ​ຫວັງ​ອຸ​ທິດ​ສ່ວນ - ເປັນ​ເຈົ້າ​ຂອງ​ອະ​ນາ​ຄົດ

ຊາວ​ໜຸ່ມ ຫວຽດ​ນາມ “ຄຸນ​ນະ​ທາດສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ - ນຳ​ໜ້າ​ປະ​ດິດ​ຄິດ​ສ້າງ - ​ຄາດ​ຫວັງ​ອຸ​ທິດ​ສ່ວນ - ເປັນ​ເຈົ້າ​ຂອງ​ອະ​ນາ​ຄົດ

ກຳລັງຊາວໜຸ່ມໃນວັນນີ້ ອາດຈະຍົກອອກທິດນຳການເຄື່ອນໄຫວ ດັ່ງນີ້: “ຄຸນນະທາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ນຳໜ້າປະດິດຄິດສ້າງ - ຄາດຫວັງອຸທິດສ່ວນ - ເປັນເຈົ້າຂອງອະນາຄົດ”.

Top