• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ເປົ້າໝາຍ​ກາຍ​ເປັນ​ປະ​ເທດ​ມີ​ກອບ​ນິ​ຕິ​ກຳ​ຮອບ​ດ້ານ​ກ່ຽວ​ກັບ AI

ເຫດການວັນບຸນປັນຍາປະດິດ ຫວຽດນາມ (AI4VN 2025), ພາຍໃຕ້ຫົວຂໍ້ “Vietnam in the Global AI Race - ຫວຽດນາມ ໃນບັ້ນແຂ່ງຂັນ AI ທົ່ວໂລກ”, ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ.
ການໂອ້ລົມສົນທະນາ "ໂອກາດ ແລະ ສິ່ງທ້າທາຍຜັນຂະຫຍາຍ AI" ໃນຂອບເຂດວັນບຸນປັນຍາປະດິດ ຫວຽດນາມ (ພາບ: baochinhphu.vn)

ນີ້ແມ່ນໂອກາດເພື່ອໃຫ້ຜູ້ຕາງໜ້ານັກຄຸ້ມຄອງ, ວິສາຫະກິດແບ່ງປັນບັນຫາຕົວຈິງ, ມາດຕະການ ເພື່ອຊຸກຍູ້ການໝູນໃຊ້, ພັດທະນາ AI ຕິດພັນກັບຍຸດທະສາດແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ພັດທະນາ AI ຢູ່ ຫວຽດນາມ.

        ເມື່ອກ່າວຄຳເຫັນໄຂພິທີ, ທ່ານ ບຸ່ນຮວ່າງເຟືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນລຢີ, ໄດ້ແບ່ງປັນບັນດາກຳນົດທິດສຳຄັນໃນການສ້າງກອບນິຕິກຳສຳຄັນໃນການສ້າງກອບນິຕິກຳໃຫ້ແກ່ AI ຢູ່ ຫວຽດນາມ, ຢັ້ງຢືນທີ່ຕັ້ງບົດບາດນຳໜ້າຂອງປະເທດໃນຂົງເຂດນີ້. ຕາມທ່ານບຸ່ຍຮວ່າງເຟືອງ ແລ້ວ, ຄາດວ່າ ກົດໝາຍວ່າດ້ວຍປັນຍາປະດິດ ຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີ 2025. ເມື່ອໄດ້ຮັບການຮັບຮອງເອົາ, ຫວຽດນາມ ຈະກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີກອບນິຕິກຳຮອບດ້ານກ່ຽວກັບ AI.

        ໃນເຫດການ, ບັນດາຜູ້ແທນໄດ້ປຶກສາຫາລືບາງເນື້ອໃນ ແລະ ມີພິທີມອບລາງວັນປັນຍາປະດິດ ຫວຽດນາມ - AI Awards 2025; ການເຄື່ອນໄຫວ Business Matching ແນໃສ່ເຊື່ອມຕໍ່ບັນດາວິສາຫະກິດ; ການເຄື່ອນໄຫວ AI Expo & AI Show  ດ້ວຍບັນດາຮ້ານວາງສະແດງແນະນຳ, ສຳຜັດກັບຜະລິດຕະພັນ AI.

(ແຫຼ່ງຄັດຈາກ VOV)

ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ ຄັ້ງ​ທີ XIII: ວັນ​ບຸນ​ໃຫຍ່​ຂອງ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ໄດ້​ເລີ່ມ​ຕົ້ນຂຶ້ນ​ຢ່າງ​ເປັນ​ທາງ​ການ

ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ ຄັ້ງ​ທີ XIII: ວັນ​ບຸນ​ໃຫຍ່​ຂອງ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ໄດ້​ເລີ່ມ​ຕົ້ນຂຶ້ນ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໃຫຍ່​ແມ່​ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ​ຂອງ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ, ວັນ​ບຸນ​ໃຫຍ່​ຂອງ​ໄວ​ໜຸ່ມ​ທົ່ວ​ປະ​ເທດ.

Top