• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​ແຜນ​ດິນ​ໄຫວ​ມີ​ຄວາມ​ແຮງ 7,1 ຣີກ​ເຕີ ​ເຮັດ​ໃຫ້ ເວ​ເນ​ຊູ​ເອ​ລາ ສັ່ນ​ສະ​ເທືອນ

ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນໃນ​​ເວ​ລາປະ​ມານ 22 ໂມງ ​​ວັນ​ທີ 24 ມິ​ຖຸ​ນາ ຕາມ​ເວ​ລາ GMT ດ້ວຍ​ຈຸດ​ໃຈ​ກາງແມ່ນ​ຢູ່​ຫ່າງ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Moron ໄປ​ທາ​ງ​ທິດ​ຕາ​ເວັນ​ອອກ 21 ກີ​ໂລ​ແມັດ ແລະ ມີຄວາມ​ເລິກ​ແມ່ນ 10 ກີ​ໂລ​ແມັດ.
  ບັນ​ດາ​ພະ​ນັກ​ງານ​ກູ້​ໄພ​ກູ້​ຊີບ​ພວມ​ຊອກ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ​ແຜ່ນ​ດິນ​ໄຫວ (ພາບ: AP/Javier Campos)  

ວັນ​ທີ 24 ມິ​ຖຸ​ນາ (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ), ອົງ​ການ​ສຳຫຼວດ​ທໍ​ລະ​ນີ​ສາດ ອາ​ເມ​ລິ​ກາ (USGS) ໃຫ້​ຮູ້​ວ່າ ເຫດ​ແຜ່ນ​ດິນ​ໄຫວທີ່​ມີ​ຄວາມ​ແຮງ 7,1 ຣິກ​ເຕີ ໄດ້​ເຮັດ​ໃຫ້ ​ເວ​ເນ​ຊູ​ເອ​ລາ ສັ່ນ​ສະ​ເທືອນ ແລະ ​ຊ້ຳບໍ່​ໜຳ ​ຢູ່​ນະ​ຄອນ Bogota ຂອງ​ ໂກ​ລົມ​ເບຍ ​ກໍ່​​ຮູ້​ສຶກ​ໄດ້ເຖິງການສັ່ນສະເທືອນນີ້.

ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນໃນ​​ເວ​ລາປະ​ມານ 22 ໂມງ ​​ວັນ​ທີ 24 ມິ​ຖຸ​ນາ ຕາມ​ເວ​ລາ GMT ດ້ວຍ​ຈຸດ​ໃຈ​ກາງແມ່ນ​ຢູ່​ຫ່າງ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Moron ໄປ​ທາ​ງ​ທິດ​ຕາ​ເວັນ​ອອກ 21 ກີ​ໂລ​ແມັດ ແລະ ມີຄວາມ​ເລິກ​ແມ່ນ 10 ກີ​ໂລ​ແມັດ.

ອົງ​ການ​ສຳຫຼວດ​ທໍ​ລະ​ນີ​ສາດ ອາ​ເມ​ລິ​ກາ ຄາດ​ວ່າ ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ສາ​ມາດ​ຂຶ້ນ​ເຖິງ​ນັບ​ພັນ​ຄົນ. ມາ​ຮອດ​ປັດ​ຈຸ​ບັນ, ວົງ​ການ​ເຈົ້າ​ໜ້າ​ທີ່ ເວ​ເນ​ຊູ​ເອ​ລາ ຍັງ​ບໍ່​ທັນ​ອັບ​ເດດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ກໍ່​ຂຶ້ນ​ເທື່ອ​. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອຳ​ນາດ​ການ​ປົກ​ຄອງ ເວ​ເນ​ຊູ​ເອ​ລາ ກໍ່ໄດ້​ປະ​ກາດ​ສະ​ພາວະສຸກ​ເສີນ​ ແລະ ປິ​ດ​​ໂຮງ​ຮຽນ, ສະ​ໜາມ​ບິນ​ຈຳ​ນວນ​ໜຶ່ງ​ໃນ​ຂອບ​ເຂດທີ່ຖືກ​ຜົນ​ກະ​ທົບຈາກເຫດ​ແຜ່ນ​ດິນ​ໄຫວ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ

Top