• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

World Cup 2026: FIFA ຂາຍໄດ້ກວ່າ 5 ລ້ານ​ປີ້, ກ່າວ​ເຕືອນ​ຄວາມ​ສ່ຽງ​ເມື່ອ​ຊື້​ປີ້​ຢູ່ “​ຕະຫຼາດ​ມືດ”

​ຜ​ູ້ເຊຍຫຼາ​ຍ​ຄົນ​ໄດ້​ສ່ອງ​ແສງການ​ຊື້​ປີ້​ຜ່ານ​ບັນ​ດາແພຼດ​ຟອມ​ຂາຍ​ປີ້​ຄືນ​ຄື StubHub, SeatGeek… ແຕ່​ບໍ່​ສາ​ມາ​ດເຂົ້າສະໜາມໄດ້ ຍ້ອນປີ້ສົ່ງເຂົ້າແອັບ​ ​​ທາງ​ການ​ຂອງ FIFA ບໍ່​ທັນສຳເລັດ.
​ພາບ​ປະ​ກອບ: AP/Emilie Megnien

ສະ​ຫະ​ພັນບານ​ເຕະ​ໂລກ (FIFA) ໃຫ້​ຮູ້​​ຂາຍ​ປີ້​ World Cup 2026 ໄດ້ກວ່າ 5 ລ້ານປີ້, ຜ່ານ​ນັ້ນ ​ຢັ້ງ​ຢືນເຖິງຄວາມ​ດຶງ​ດູດ​ອັນໃຫຍ່ຫຼວງ​ຂອງ​ການ​ແຂ່ງ​ຂັນ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາ, ກາ​ນາ​ດາ ແລະ ເມັກ​ຊີ​ໂກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ຕົວ​ເລກ​ເປັນ​ໜ້າ​ປະ​ທັບ​ໃຈ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຊົມນັ້ນ, ຄະ​ນະ​ຈັດ​ຕັ້ງ​ກໍ່​ພວມ​ປະ​ເຊີນ​ໜ້າ​ກັບ​​ການ​ໂຕ້​ຖຽງ​​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ທີ່ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ກັກ​ຕຸນ ແລະການ​ຊື້​ປີ້ຢູ່“​ຕະຫຼາດ​ມືດ”

​ເຊຍຫຼາ​ຍ​ຄົນ​ໄດ້​ສ່ອງ​ແສງການ​ຊື້​ປີ້​ຜ່ານ​ບັນ​ດາແພຼດ​ຟອມ​ຂາຍ​ປີ້​ຄືນ​ຄື StubHub, SeatGeek… ແຕ່​ບໍ່​ສາ​ມາ​ດເຂົ້າສະໜາມໄດ້ ຍ້ອນປີ້ສົ່ງເຂົ້າແອັບ​ ​​ທາງ​ການ​ຂອງ FIFA ບໍ່​ທັນສຳເລັດ. ບາງ​ຄົນ​ໃຫ້​ຮູ້​ວ່າ ເຂົາ​ເຈົ້າ​ພຽງ​ແຕ່​ໄດ້​ຮັບແຈ້ງການສົ່ງ​ເງິນ​ຄືນ​ເມື່ອ​ນັດ​​ແຂ່ງ​ຂັນ​ໄດ້​ດຳ​ເນີນ ຫຼື ໃກ້ຈະ​ສິ້ນ​ສຸດ​, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​​ໄດ້​ຈ່າຍ​ເງິນ​ນັບ​ພັນ USDເພື່ອຊື້​ປີ້​ຍົນ, ຄ່າໂຮງ​ແຮມ ແລະ ຄ່າ​ໃຊ້​ຈ່າຍ​ອື່ນໆ​ໃນ​ການເດີນ​ທາງ​.

ບັນ​ດາ​ບັນ​ຫາ​ທີ່ກ່ຽວ​ຂ້ອງ​ເຖິງ​ປີ້​ຢູ່​ຕະຫຼາດ​ມືດ ກໍ່​ເຮັດ​ໃຫ້​ແຟນ​ບານ​ຫຼາຍຄົນຕຳໜິ​ຕິ​ຕຽນ​ນະ​ໂຍ​ບາຍ​ຂາຍ​ປີ້ ແລະ ການກຳ​ນົດ​ລາ​ຄາ​ທີ່​ມີການປ່ຽນແປງ​ຂອງ FIFA. ສຳ​ລັບນັດ​​ແຂ່ງ​ຂັນຈຳ​ນວນ​ໜຶ່ງ​ທີ່​ມີ​​ຄວາມ​ດຶງ​ດູດຫຼາຍ, ຄ່າ​ປີ້​ໃນ​ຕະຫຼາດ​​ມືດໄດ້ເພີ່ມ​ຂຶ້ນ​ສູງ​ທົບຫຼາຍ​ເທົ່າ​ເມື່ອ​ທຽບ​ໃສ່​ລາ​ຄາ​ເດີມ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ

Top