ເຫດແຜ່ນດິນໄຫວເກີດຂຶ້ນໃນເວລາປະມານ 22 ໂມງ ວັນທີ 24 ມິຖຸນາ ຕາມເວລາ GMT ດ້ວຍຈຸດໃຈກາງແມ່ນຢູ່ຫ່າງຈາກເທດສະບານແຄມທະເລ Moron ໄປທາງທິດຕາເວັນອອກ 21 ກີໂລແມັດ ແລະ ມີຄວາມເລິກແມ່ນ 10 ກີໂລແມັດ.
ບັນດາພະນັກງານກູ້ໄພກູ້ຊີບພວມຊອກຫາຜູ້ປະສົບເຄາະຮ້າຍຢູ່ສະຖານທີ່ເກີດເຫດແຜ່ນດິນໄຫວ (ພາບ: AP/Javier Campos)
ວັນທີ 24 ມິຖຸນາ (ຕາມເວລາທ້ອງຖິ່ນ), ອົງການສຳຫຼວດທໍລະນີສາດ ອາເມລິກາ (USGS) ໃຫ້ຮູ້ວ່າ ເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,1 ຣິກເຕີ ໄດ້ເຮັດໃຫ້ ເວເນຊູເອລາ ສັ່ນສະເທືອນ ແລະ ຊ້ຳບໍ່ໜຳ ຢູ່ນະຄອນ Bogota ຂອງ ໂກລົມເບຍ ກໍ່ຮູ້ສຶກໄດ້ເຖິງການສັ່ນສະເທືອນນີ້.
ເຫດແຜ່ນດິນໄຫວເກີດຂຶ້ນໃນເວລາປະມານ 22 ໂມງ ວັນທີ 24 ມິຖຸນາ ຕາມເວລາ GMT ດ້ວຍຈຸດໃຈກາງແມ່ນຢູ່ຫ່າງຈາກເທດສະບານແຄມທະເລ Moron ໄປທາງທິດຕາເວັນອອກ 21 ກີໂລແມັດ ແລະ ມີຄວາມເລິກແມ່ນ 10 ກີໂລແມັດ.
ອົງການສຳຫຼວດທໍລະນີສາດ ອາເມລິກາ ຄາດວ່າ ຈຳນວນຜູ້ເສຍຊີວິດອາດສາມາດຂຶ້ນເຖິງນັບພັນຄົນ. ມາຮອດປັດຈຸບັນ, ວົງການເຈົ້າໜ້າທີ່ ເວເນຊູເອລາ ຍັງບໍ່ທັນອັບເດດຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ ຍ້ອນເຫດແຜ່ນດິນໄຫວກໍ່ຂຶ້ນເທື່ອ. ເຖິງຢ່າງໃດກໍຕາມ, ອຳນາດການປົກຄອງ ເວເນຊູເອລາ ກໍ່ໄດ້ປະກາດສະພາວະສຸກເສີນ ແລະ ປິດໂຮງຮຽນ, ສະໜາມບິນຈຳນວນໜຶ່ງໃນຂອບເຂດທີ່ຖືກຜົນກະທົບຈາກເຫດແຜ່ນດິນໄຫວ.