• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ກັນ​ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ຢຸດ​ຕິ​ ການ​ຄຳ​ສັ່ງ ຂວໍ້​າ​ບາດ​ສຳ​ລັບ ກຸຍບາ ຢູ່​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ໃນລະຫວ່າງວັນທີ 1 – 2 ພະຈິກ, ຢູ່ນິວຢອກ (ປະເທດ ອາເມລິກາ), ສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ປຶກສາຫາລື ກ່ຽວກັບ ຄວາມຈຳເປັນຕ້ອງຢຸດຕິ ຄຳສັ່ງຂວ້ໍາບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງໃສ່ ກຸຍບາ.
ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ການປຶກສາຫາລື

ໂດຍສະແດງໃຫ້ເຫັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ພ້ອມກັບບັນດາປະເທດເປັນຈຳນວນຫຼາຍ ໄດ້ສະແດງການຄັດຄ້ານຕໍ່ຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ຕໍ່ກຸຍບາ. ທ່ານເອກອັກຄະລັດຖະທູດ ຢັ້ງຢືວ່າ ຫວຽດນາມ ຕ້ານທຸກຮູບແບບຈັດວາງຄຳສັ່ງຂວ້ຳບາດແບບພຽງລຳພັງຝ່າຍດຽວ ໃສ່ປະເທດທີ່ມີປະຊາທິປະໄຕ.

ແບ່ງປັນ ແລະ ສະແດງຄວາມເຫັນອົກເຫັນໃຈ ຕໍ່ບັນດາຄວາມຫຍຸ້ງຍາກ ຂອງ ກຸຍບາ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ໄດ້ຮຽກຮ້ອງ ໃຫ້ ອາເມລິກາ ຢຸດຕິຄຳສັ່ງຂວ້ຳບາດ, ນຳກຸຍບາອອກຈາກບັນດາບັນຊີລາຍຊື່ບັນດາປະເທດໜູນຊ່ວຍການກໍ່ການຮ້າຍ ແລະ ຕ່າວປິ້ນນະໂຍບາຍໃນປັດຈຸບັນສຳລັບ ກຸຍບາ, ມຸ່ງໄປເຖິງການຫັນການພົວພັນລະຫວ່າງສອງປະເທດເປັນປົກກະຕິ, ບົນພື້ນຖານສະເໝີພາບ, ມີຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບອະທິປະໄຕແຫ່ງຊາດ ແລະ ເອກະລາດດ້ານການເມືອງຂອງກັນ.

ພາຍຫຼັງວາລະປຶກສາຫາລືໃນວັນທີ 2 ພະຈິກ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິ “ຄວາມຈຳເປັນຂອງການຢຸດຕິຄຳສັ່ງຂວ້ຳບາດ ດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງໃສ່ ກຸຍບາ” ດ້ວຍບັດສະໜັບສະໜູນ 187 ບັດ, ບັດຄ້ານ 2 ບັດ ແລະ ບັດຂາວ 1 ບັດ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top