• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຖືກ​ຈັດ​ເຂົ້າ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ມີ​ດັດ​ຊະ​ນີ​ພັ​ດ​ທະ​ນາ​ມະ​ນຸດ​ຢູ່​ໃນ​ລະ​ດັບ​ສູງ

 ຫວຽດນາມ ຫາກໍຖືກຈັດເຂົ້າກຸ່ມບັນດາປະເທດທີ່ມີດັດຊະນີພັດທະນາມະນຸດຢູ່ໃນລະດັບສູງໃນທົ່ວໂລກ, ແຕ່ໄປພ້ອມກັບຄວາມກ້າວໜ້າກະໂດດຂັ້ນນີ້ ກໍຍັງມີກຳລັງກົດດັນທີ່ໃຫຍ່ພໍສົມຄວນ. 

ພິທີປະກາດບົດລາຍງານ (ພາບ: qdnd.vn) 

ນີ້ແມ່ນໜຶ່ງໃນບັນດາໝາກຜົນສຳຄັນຂອງບົດລາຍງານພັດທະນາມະນຸດທົ່ວໂລກ ປີ 2020 ໂດຍອົງການ ສປຊ ເພື່ອການພັດທະນາ ປະຈຳ ຫວຽດນາມ (UNDP) ສົມທົບກັບ ກະຊວງແຜນການ ແລະ ການລົງທຶນປະກາດໃນຕອນບ່າຍວັນທີ 16 ທັນວາ ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ພິທີປະກາດບົດລາຍງານ, ທ່ານນາງ Caitlin Wiesen  ຫົວໜ້າຄະນະຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍ ຫວຽດນາມ ທີ່ໄດ້ມີແຜນນະໂຍບາຍພັດທະນາໂດຍຖືມະນຸດເປັນໃຈກາງ, ໃຫ້ບຸລິມະສິດແກ່ການພັດທະນາມະນຸດ ແລະ ຊຸກຍູ້ການສ້າງຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນບັນດາຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຫວຽດນາມ ບັນລຸໄດ້ລະດັບພັດທະນາມະນຸດໃນລະດັບສູງ ແມ່ນຜົນງານທີ່ໜ້າຮັບຮູ້ ແລະ ໄດ້ສ້າງກາລະໂອກາດໃຫ້ພັດທະນາດີກວ່າ ແລະ ໄວກວ່າເກົ່າໃນໄລຍະຈະມາເຖິງ.  ທ່ານນາງ Caitlin Wiesen   ກໍຢັ້ງຢືນວ່າ UNDP ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນຂະບວນວິວັດສ້າງເສັ້ນທາງພັດທະນາ, ເຄົາລົບການຮ່ວມດຳລົງຊີວິດຂອງມະນຸດ ກັບ ຈັກກະວານ.  

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top