ຂ່າວສານ
ຫວຽດນາມ ຕັ້ງໜ້າເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບໃນການຮ່ວມມື ອາຊຽນ ກ່ຽວກັບການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ
ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ແບ່ງປັນວ່າ ຫວຽດນາມເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນໃນການສ້າງກົດແຫ່ງການປະພຶດທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາ ເຄືອຂ່າຍອິນເຕີແນັດໃຫ້ມີຄວາມປອດໃສ, ປອດໄພ ແລະ ຊ່ວຍໃຫ້ການຮັບປະກັນຄວາມໝັ້ນຄົງ, ປອດໄພຂໍ້ມູນຂ່າວສານມີປະສິດທິຜົນກ່ວາ, ເປັນຕົ້ນແມ່ນເມື່ອໂລກ ແລະ ພາກພື້ນ ພວມເຫັນປະຈັກຕາ ການປ່ຽນແປງອັນຍິ່ງໃຫຍ່ຂອງວິວັດແຫ່ງການຫັນປ່ຽນເຕັກນິກດີຈີຕອນໃນໄລຍະເກີດໂລກລະບາດ Covid – 19. ຫວຽດນາມພວມຜັນຂະຫຍາຍ “ໂຄງການຫັນເປັນດີຈີຕອນລະດັບຊາດຮອດປີ 2025, ກຳນົດທິດຮອດປີ 2030” ດ້ວຍເປົ້າໝາຍນຳຫວຽດນາມໃຫ້ໄດ້ເຂົ້າກຸ່ມ 50 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ (EGDI). ໃນວິວັດແຫ່ງການຫັນເປັນດີຕີຕອນນີ້, ຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນຂ່າວສານແມ່ນປັດໄຈຫຼັກແຫຼ່ງສ້າງສະພາບແວດລ້ອມແຫ່ງຄວາມປອດໄພໃຫ້ແກ່ການເຫັນເປັນດີຈີຕອນ. ໂດຍແມ່ນປະເທດສະມາຊິກອາຊຽນ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະ ຕັ້ງໜ້າເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບໃນບັນດາກົນໄກຮ່ວມມືອາຊຽນ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.
(ແຫຼ່ງຄັດຈາກ VOV)