• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄຳ​ເໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມປະຕິບັດສຳເລັດບັນດາເປົ້າໝາຍພັດທະນາສະຫັດສະວັດ, ຕັ້ງໜ້າຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງຮັບປະກັນສຳເລັດບົດບາດຢູ່ບັນດາອົງການຕ່າງໆຂອງ ສປຊ.

ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມປະຕິບັດສຳເລັດບັນດາເປົ້າໝາຍພັດທະນາສະຫັດສະວັດ, ຕັ້ງໜ້າຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງຮັບປະກັນສຳເລັດບົດບາດຢູ່ບັນດາອົງການຕ່າງໆຂອງ ສປຊ.

    

ພາບປະກອບ: TTXVN

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ສປຊ , ວັນທີ 22 ກັນຍາ ປີ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງສານສຳຄັນໄປຍັງກອງປະຊຸມວົງແຄບຂັ້ນສູງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ຂອງ ສປຊ ຢູ່ນິວຢອກ ປະເທດ ອາເມລິກາ. ກອງປະຊຸມເພື່ອແນໃສ່ເຫັນດີເປັນເອກະພາບຄວາມຮັບຮູ້ ແລະ ຊຸກຍູ້ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງດ້ານການເງິນກ່ຽວກັບດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຫັນປ່ຽນພະລັງງານ, ມຸ່ງໄປເຖິງກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ (COP 27) ທີ່ຈະດຳເນີນໃນເດືອນພະຈິກ ປີ 2022 ຢູ່ນະຄອນ Sharm el-Sheikh, ປະເທດ ເອຢິບ.

        ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມປະຕິບັດສຳເລັດບັນດາເປົ້າໝາຍພັດທະນາສະຫັດສະວັດ, ຕັ້ງໜ້າຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງຮັບປະກັນສຳເລັດບົດບາດຢູ່ບັນດາອົງການຕ່າງໆຂອງ ສປຊ. ທ່ານກ່າວວ່າ:

        ດ້ວຍຄວາມຕັດສິນໃຈສູງ ແລະ ຄວາມມານະພະຍາຍາມໃຫຍ່ຂອງປະຊາຄົມສາກົນ, ເປັນຕົ້ນແມ່ນບັນດາຄູ່ຮ່ວມມືພັດທະນາ, ຂ້າພະເຈົ້າເຊື່ອໝັ້ນວ່າ ພາລະກິດແຫ່ງການຮັບມື ແລະ ຍົກສູງຄວາມສາມາດໃນການຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ ຈະນັມມື້ນັບມີປະສິດທິຜົນທີ່ຈະແຈ້ງ. ສິ່ງນີ້ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງຄວາມໄວ້ເນື້ອເຊື່ອໃຈ, ແຜ່ຂະຫຍາຍ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມືໃນທົ່ວໂລກ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນເຂົ້າໃນການປົກປັກຮັກສາໜ່ວຍໂລກຂອງພວກເຮົາ ໃຫ້ປອດໄພ, ໝັ້ນຄົງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top