ຂ່າວສານ
ຫວຽດນາມ ກຳປູເຈຍເພີ່ມທະວີການການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕິດພັນກັບການຊຸກຍູ້ການຄ້າ ແລະ ການລົງທຶນ
ຫວຽດນາມ ສະໜັບສະໜູນ ແລະ ເຊື່ອໝັ້ນວ່າ ກຳປູເຈຍ ຈະຈັດສຳເລັດກອງປະຊຸມສຸດຍອດ ຝລັ່ງໂກໂຟນີຄັ້ງທີ 20, ຜ່ານນັ້ນປະກອບສ່ວນຍົກສູງຖານະບົດບາດສາກົນຂອງ ກຳປູເຈຍ, ຊຸກຍູ້ການຮ່ວມມື ແລະ ເສີມຂະຫຍາຍບັນດາຄຸນຄ່າລວມຂອງປະຊາຄົມ ຝລັ່ງໂກໂຟນີ. ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຢັ້ງຢືນຄືດັ່ງກ່າວ ໃນການພົບປະກັບທ່ານ Hun Sen ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ ໃນຕອນບ່າຍວັນທີ 14 ພະຈິກ, ໃນໂອກາດເຂົ້າຮວ່ມກອງປະຊຸມສຸດຍອດ ຝລັ່ງໂກໂຟນີຄັ້ງທີ 20 ຢູ່ພະນົມເປັນ, ກຳປູເຈຍ.
ທີ່ການພົບປະ, ການນຳສອງທ່ານເຫັນດີເປັນເອກະພາບສືບຕໍ່ປັບປຸງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຮັກສາສະພາບການການເມືອງເປັນປົກກະຕິ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ, ເພີ່ມທະວີການປະສານສົມທົບກັນຕໍ່ສູ້ກັບອາດຊະຍາກຳຂ້າມຊາດທຸກຊະນິດ; ສືບຕໍ່ຊຸກຍູ້ການຈັດແບ່ງ ແລະ ປັກຫຼັກໝາຍຊາຍແດນທີ່ຍັງເຫຼືອ, ສ້າງກອບນິຕິກຳໃນການຄຸ້ມຄອງຊາຍແດນໃຫ້ສົມບູນແບບ. ພ້ອມກັນນັ້ນ, ສ້າງຄວາມສະດວກດ້ານການຄ້າເຂດຊາຍແດນ, ຍູ້ແຮງການຮ່ວມມືລົງທຶນ, ພະລັງງານ, ແກ້ໄຂຄວາມຫຍຸ້ງຍາກສຳລັບບັນດາໂຄງການຮ່ວມມືຈຸດສຸມ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດເປີດກວ້າງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ.






