• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ກາ​ນາ​ດາ ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ

ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ ການາດາ ເພີ່ມທະວີການປະກົດຕົວຢູ່ພາກພື້ນ ແລະ ຊຸກຍູ້ການຮ່ວມມືກັບ ອາຊຽນ ແລະ ບັນດາກົນໄກໃນພາກພື້ນ ໂດຍ ອາຊຽນ ນຳພາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Randeep Sarai, ລັດຖະມົນຕີພັດທະນາສາກົນ, ກະຊວງບັນດາບັນຫາທົ່ວໂລກ ການາດາ (ພາບ: TTXVN)

ຕອນບ່າຍວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານ Randeep Sarai, ລັດຖະມົນຕີພັດທະນາສາກົນ, ກະຊວງບັນດາບັນຫາທົ່ວໂລກ ການາດາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມປາດຖະໜາຢ່າງສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ ເລິກເຊິ່ງກວ່າເກົ່າ; ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ; ຍົກລະດັບການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່; ສືບຕໍ່ຊຸກຍູ້ການພັດທະນາ ແລະ ເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ, ພິເສດແມ່ນການເຊື່ອມຕໍ່ວິສາຫະກິດສອງປະເທດ, ນຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳຫຼັກໃນການພົວພັນສອງຝ່າຍ.

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ ການາດາ ເພີ່ມທະວີການປະກົດຕົວຢູ່ພາກພື້ນ ແລະ ຊຸກຍູ້ການຮ່ວມມືກັບ ອາຊຽນ ແລະ ບັນດາອົງການຈັດຕັ້ງໃນພາກພື້ນ ໂດຍ ອາຊຽນ ນຳພາ.

ສ່ວນທ່ານ Randeep Sarai, ລັດຖະມົນຕີພັດທະນາສາກົນ, ກະຊວງບັນດາບັນຫາທົ່ວໂລກ ການາດາ, ໃຫ້ຮູ້ວ່າ ການາດາ ພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມມືກັບ ຫວຽດນາມ ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພື້ນຖານໂຄງລ່າງ, ຫັນປ່ຽນພະລັງງານ, ຂຸດຄົ້ນປຸງແຕ່ງແຮ່ທາດທີ່ຈຳເປັນ, ລົງທຶນໃນບັນດາຜະລິດຕະພັນຜະລິດຢູ່ ຫວຽດນາມ ເພື່ອສົ່ງອອກໄປຍັງບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top