• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມການນຳບັນດາອົງການມີໜ້າທີ່ພິເສດ,ປ້ອງກັນຄວາມສະຫງົບແລະປົກປ້ອງກົດໝາຍຢູ່ລັດເຊຍ

      ໃນລະຫວ່າງວັນທີ 04 – 05 ຕຸລາ, ຢູ່ນະຄອນ Krasnodar, ໄດ້ດຳເນີນກອງປະຊຸມຄັ້ງທີ 16 ການນຳບັນດາອົງການມີໜ້າທີ່ພິເສດ, ປ້ອງກັນຄວາມສະຫງົບ ແລະ ປົກປ້ອງກົດໝາຍ. ເຂົ້າຮ່ວມກອງປະຊຸມມີຜູ້ແທນ 116 ຄະນະທີ່ມາຈາກ 74 ປະເທດໃນໂລກ ແລະ ບັນດາອົງການຈັດຕັ້ງສາກົນ.

ຫວຽດນາມເຂົ້າຮ່ວມກອງປະຊຸມການນຳບັນດາອົງການມີໜ້າທີ່ພິເສດ,
ປ້ອງກັນຄວາມສະຫງົບແລະປົກປ້ອງກົດໝາຍຢູ່ລັດເຊຍ
(ພາບ: Vietnam+)
      ຄະນະຜູ້ແທນຫວຽດນາມໂດຍທ່ານພົນຕີ ຫງວຽນວັນເຊີນ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ນຳໜ້າເຂົ້າຮ່ວມກອງປະຊຸມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຕີ ຫງວຽນວັນເຊີນ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຕີລາຄາສູງບັນດາຫົວຂໍ້ຂອງກອງປະຊຸມປີນີ້ ແລະ ຖືວ່າ ນີ້ແມ່ນການຄັດເລືອກທີ່ເໝາະສົມໃນສະພາບກໍ່ການຮ້າຍ, ການເຄື່ອນໄຫວຫົວຮຸນແຮງເກີດຂຶ້ນ ແລະ ເພີ່ມຂຶ້ນຢູ່ຫຼາຍປະເທດ, ສົ່ງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງໃນໂລກຢ່າງຮ້າຍແຮງ. ຕາມ ທ່ານພົນຕີ ຫງວຽນວັນເຊີນ ແລ້ວ, ຫວຽດນາມ ໄດ້ລະດົມກຳລັງແຮງຂອງທົ່ວປວງຊົນເພື່ອເຂົ້າຮ່ວມການສະກັດນັ້ນ, ຕ້ານການກໍ່ການຮ້າຍ; ສຸມໃສ່ສ້າງກອບກົດໝາຍ, ຫົວໜ່ວຍຈັດຕັ້ງສະເພາະກິດ, ເພີ່ມທະວີບັນດາມາດຕະການປ້ອງກັນ, ພົບເຫັນ, ສະກັດກັ້ນບັນດາການເຄື່ອນໄຫວກໍ່ການຮ້າຍ ແລະ ຫົວຮຸນແຮງ. ທ່ານພົນຕີ ຫງວຽນວັນເຊີນ ກໍ່ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມຊຸກຍູ້, ເປີດກວ້າງການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ສະນັບສະໜູນປະຊາຄົມສາກົນໃນການຕໍ່ສູ້ປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ບັນດາການເຄື່ອນໄຫວຫົວຮຸນແຮງບົນພື້ນຖານເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top