• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮຽກຮ້ອງປະຊາຄົມສາກົນມານະພະຍາຍາມກວ່າເພື່ອຊ່ວຍເຫຼືອບັນດາຄົນພິການ

      ວັນທີ 13 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ໄດ້ດຳເນີນກອງປະຊຸມຄັ້ງທີ 10 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາວ່າດ້ວຍສິດທິຄົນພິການ (CRPD) ດ້ວຍຫົວຂໍ້ວ່າ “ທົດສະວັດທີ 2 ສົນທິສັນຍາ CRPD: ການເຂົ້າຮ່ວມຢ່າງຮອບດ້ານ ແລະ ຄົບຖ້ວນຂອງຄົນພິການ ແລະ ບັນດາອົງການຜູ້ຕາງໜ້າຂອງຄົນພິການໃນການປະຕິບັດສົນທິສັນຍາ”.
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບ: TTXVN)
      ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານທີ່ມາຈາກບັນດາປະເທດສະມາຊິກ ແລະ ຜູ້ຕາງໜ້າ, ຂອງອົງການຈັດຕັ້ງຂອງຄົນພິການ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ໃຫ້ບຸລິມະສິດຊຸກຍູ້ການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຮອບດ້ານຂອງຄົນພິການ, ໂດຍສະເພາະແມ່ນໃນການສ້າງບັນດາຍຸດທະສາດ, ນະໂຍບາຍ, ເອກະສານນິຕິກຳ ໂດຍມີການສົມທົບການຊຸກຍູ້ ແລະ ຮັບປະກັນສິດທິຄົນພິການ; ຄົນພິການຢູ່ຫວຽດນາມ ສາມາດຊົມໃຊ້ການບໍລິການໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າເພື່ອປົກປ້ອງບັນດາສິດຜົນປະໂຫຍດຂອງຕົນໃຫ້ດີກວ່າ, ຄຽງຂ້າງນັ້ນ, ຫວຽດນາມ ກໍ່ສົ່ງເສີມ, ລະດົມບັນດາແຫຼ່ງກຳລັງສັງຄົມໃນການໜູນຊ່ວຍຄົນພິການ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top