• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮັບຕຳແໜ່ງປະທານ APPF ອາຍຸການ 2017 - 2018

      ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ຫໍປະຊຸມເອກະພາບ, ນະຄອນໂຮ່ຈິມິນ, ໄດ້ດຳເນີນພິທີມອບຮັບຕຳແໜ່ງປະທານເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF) ອາຍຸການ 2017 – 2018. 

(ທ່ານຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ  ກ່າວຄຳເຫັນທີ່ພິທີ)
      ທີ່ພິທີ, ໂດຍຕາງໜ້າປະທານສະພາແຫ່ງຊາດຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຮັບຕຳແໜ່ງປະທານ APPF ຈາກຜູ້ຕາງໜ້າຂອງປະທານສະພາແຫ່ງຊາດ Fiji, ປະທານ APPF ຄັ້ງທີ 25, ທ່ານ Ruveni N.Nadalo, ຮອງປະທານສະພາແຫ່ງຊາດສ. Fiji.
        ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະແດງຄວາມເອກອ້າງທະນົງໃຈຂອງສະພາແຫ່ງຊາດທີ່ໄດ້ຮັບຄວາມເຊື່ອໝັ້ນມອບໝາຍໜ້າທີ່ສຳຄັນເປັນປະທານເວທີປາໄສ APPF ໃນໄລຍະ 2017 – 2018 ຈາກບັນດາລັດຖະສະພາສະມາຊິກຂອງ APPF ແລະ ປະທານກິຕິມະສັກ APPF Nakasone.
       “ໂດຍສືບຕໍ່ບັນດາຜົນສຳເລັດຂອງສະພາແຫ່ງຊາດຫວຽດນາມໃນບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດລັດຖະສະພາຫຼາຍຝ່າຍໃນໄລຍະມໍ່ໆມານີ້ຄື: ກອງປະຊຸມສະມັດສາໃຫຍ່ IPU – 132 ເຊິ່ງຖືກດຳເນີນຢູ່ຮ່າໂນ້ຍ ໃນເດືອນ ມີນາ 2015 ແລະ ກອງປະຊຸມສະມັດຊາໃຫຍ່ AIPA – 31 ໃນເດືອນ ກັນຍາ 2010… ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາສຸມໃສ່ ແລະ ສະຫງວນຄວາມມານະພະຍາຍາມສູງສຸດເພື່ອຈັດຕັ້ງກອງປະຊຸມປະຈຳປີ APPF – 26 ໃຫ້ບັນລຸຜົນສຳເລັດ. ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຂອງທ່ານປະທານ IPU, ທ່ານເລຂາທິການໃຫຍ່ IPU, ການສົມທົບກັນຂອງສະພາແຫ່ງຊາດດບັນດາປະເທດເພື່ອໃຫ້ກອງປະຊຸມ APPF – 26 ບັນລຸຜົນສຳເລັດຢ່າງຈົບງາມ”.
(ແຫຼ່ງຄັດຈາກ VOV)

 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top