• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນ ຈຳນວນ 1.191 ຄົນໃນວັນທີ 13 ຕຸລາ

      ນັບແຕ່ເວລາ 17 ໂມງ ຂອງວັນທີ 12 ຕຸລາ ຫາ ເວລາ 17 ໂມງຂອງວັນທີ 13 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 3.461 ຄົນ ໃນນັ້ນມີ 3 ຄົນມາຈາກຕ່າງປະເທດ ແລະ 3.458 ຄົນຢູ່ພາຍໃນປະເທດທີ່ 47 ແຂວງ ແລະ ນະຄອນ
ພາບປະກອບ
      ເປັນອັນວ່າ ໄລຮອດວັນທີ 13 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 849.691 ຄົນ, ຢືນອັນດັບທີ 41 ໃນຈຳນວນ 223 ປະເທດ ແລະ ເຂດແຄ້ວນ.
     ຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນວັນທີ 13 ຕຸລາ ແມ່ນ 1.191 ຄົນ, ໃນວັນດຽວກັນ ມີຈຳນວນຄົນເຈັບທີ່ປິ່ນປົວຫາຍດີ 1.191 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 787.286 ຄົນ ແລະ ມີ 106 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top