• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມານະພະຍາຍາມປະຕິບັດໜ້າທີ່ການຮ່ວມມືຫຼາຍຝ່າຍໃຫ້ເປັນຢ່າງດີ

ຢູ່ນອກວາລະປຶກສາຫາລືຂັ້ນສູງຂອງກອງປະຊຸມຄັ້ງທີ 74 ສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ນະຄອນນິວຢອກ ປະເທດອາເມລິກາ, ວັນທີ 27 ກັນຍາ, ຄະນະຜູ້ແທນຫວຽດນາມໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມກຸ່ມບັນດາປະເທດພວມພັດທະນາ (G77).

ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມ 

ທີ່ການພົບປະກັບສອງຝ່າຍ, ບັນດາລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆເຊັ່ນ ຕຸຍນີຊີ, ຮຸງກາຣີ, ຈີເລ, ບຸູລັນດີ, ເຢຍລະມັນ. ບັນດາການນຳປະເທດຕ່າງ ແລະບັນດາຄູ່ຮ່ວມມື ຖືເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ກໍ່ຄືເປັນປະທານອາຊຽນໃນປີ 2020 ແມ່ນການພິສູດໃຫ້ເຫັນຄວາມໄວ້ວາງໃຈ ຂອງປະຊາຄົມສາກົນທີ່ມີຕໍ່ຫວຽດນາມ.  ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຢັ້ງຢືນເຖິງ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການປະຕິບັດໜ້າທີ່ຮ່ວມມືຫຼາຍຝ່າຍ ຢູ່ສະພາຄວາມໝັ້ນຄົງ ສປຊ ໃຫ້ເປັນຢ່າງດີ, ສະເໜີບັນດາປະເທດ ຈົ່ງຕັ້ງໜ້າສົມທົບກັບຫວຽດນາມຢູ່ບັນດາເວທີປາໄສຫຼາຍຝ່າຍ ໂດຍສະເພາະແມ່ນ ສປຊ ແລະ ອາຊຽນ ໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ກໍ່ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາເມລິກາ ໂດຍສະພາດຳເນີນທຸລະກິດເພື່ອຄວາມເຂົ້າໃຈສາກົນ (BCIU) ແລະ ກຸ່ມບໍລິສັດພະລັງງານ AES ຈັດຕັ້ງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top