• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະຕິບັດບັນດາຄຳໝັ້ນສັນຍາຂອງWTO,ບັນດາສັນຍາການຄ້າເສລີທີ່ໄດ້ລົງນາມຢ່າງເຂັ້ມງວດ

      ຕອນບ່າຍວັນທີ 25 ກໍລະກົດ, ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ ປະຕິກິລິຍາຂອງຫວຽດນາມ ກ່ຽວກັບເລື່ອງອິນເດຍ ສືບສວນການນຳໃຊ້ມາດຕະການຕໍ່ເລື່ອງຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນເຫລັກກ້າຂອງຫວຽດນາມ

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ
      ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: “ຫວຽດນາມ ຍາມໃດກໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງອົງການການຄ້າໂລກ (WTO) ທີ່ໄດ້ລົງນາມຢ່າງເຂັ້ມງວດ ແລະ ຄົບຖ້ວນ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ເວົ້າລວມ ໃນນັ້ນ ມີການພົວພັນດ້ານເສດຖະກິດ ການຄ້າ ເວົ້າສະເພາະ ພວມພັດທະນາຢ່າງຈົບງາມ, ບັນດາບັນຫາການຄ້າລະຫວ່າງສອງປະເທດຄວນໄດ້ຮັບການພິຈາລະນາແບບພາວະວິໄສ, ຍຸຕິທຳ ເໝາະສົມກັບບັນດາຂໍ້ກຳນົດຂອງການຄ້າໂລກ, ບັນດາຂໍ້ຕົກລົງດ້ານການຄ້າສອງຝ່າຍ ແລະ ຫລາຍຝ່າຍ ຊື່ງສອງປະເທດພ້ອມກັນເຂົ້າຮ່ວມ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງວິສາຫະກິດກໍ່ຄືຜູ້ບໍລິໂພກສອງປະເທດ.
ເມື່ອຕອບຄຳຖາມກ່ຽວກັບບັນດາມາດຕະການຂອງຫວຽດນາມ ພາຍຫລັງກຸ່ມກຳປັ່ນສຳຫລວດ ໄຮ່ຢາງ 8 ຂອງຈີນ ໃນຊຸມມື້ຜ່ານມາໄດ້ມີການເຄື່ອນໄຫວລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຫວຽດນາມ ຢູ່ ບໍລິເວນທາງທິດໃຕ້ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ຫວຽດນາມ ເດັດດ່ຽວ, ຢືດໝັ້ນ ການປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານ ຄືດັ່ງໄດ້ກຳນົດໃນສົນທິສັນຍາຂອງສປຊ ກ່ຽວກັບກົດໝາຍທະເລປີ 1982 ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ດ້ວຍຈຸດໝາຍດັ່ງກ່າວ ຫວຽດນາມ ໄດ້ມີຫລາຍຮູບການພົວພັນທາງການທູດທີ່ເໝາະສົມ, ແລກປ່ຽນຈົດໝາຍທາງການທູດຄັດຄ້ານຝ່າຍຈີນ, ຮຽກຮ້ອງຖອນອອກຈາກເຂດເສດຖະກິດພິເສດຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top