• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມບຸລິມະສິດປະຕິບັດ7ເນື້ອໃນສຳຄັນໃນຂົງເຂດຊຸກຍູ້ສິດທິມະນຸດ

      ວັນທີ 18 ມັງກອນ ປີ 2018, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາບຸລິມະສິດຂອງຫວຽດນາມ ເພື່ອແນໃສ່ຮັບປະກັນປະຕິບັດບັນດາສິດທິມະນຸດໃນໄລຍະຈະມາເຖິງໃຫ້ດີກວ່າ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
      ທ່ານນາງເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ຈະບຸລິມະສິດ 7 ເນື້ອໃນລວມມີ: ສືບຕໍ່ບູລະນະລະບົບກົດໝາຍ, ຍູ້ແຮງການພັດທະນາເສດຖະກິດສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ; ຍົກສູງຄວາມສາມາດສຳຜັດກັບບັນດາຮູບການຮັບປະກັນຊີວິດສັງຄົມ, ປົວແປງຄຸນນະພາບການສຶກສາ, ສຶບຕໍ່ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍ; ເບິ່ງແຍງດູແລສຸຂະພາບໃຫ້ວົງຄະນາຍາດ, ສືບຕໍ່ເພີ່ມທະວີການຮ່ວມມືກັບທຸກປະເທດສະມາຊິກ, ບັນດາກົນໄກ, ບັນດາອົງການຈັດຕັ້ງວິຊາສະເພາະຂອງພາກພື້ນ ແລະ ທົ່ວໂລກທີ່ມີສ່ວນກ່ຽວຂ້ອງເຖິງສິດທິມະນຸດ.
      ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງຫວຽດນາມຕໍ່ເລື່ອງ ຄູ່ຮ່ວມມືບາງປະເທດ ມີຄວາມສົນໃຈກ່ຽວກັບການປະຕິບັດສິດທິມະນຸດຢູ່ຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມເລທິທູຮັ່ງ ຊີ້ແຈ້ງວ່າ ຫວຽດນາມສືບຕໍ່ຮັກສາບັນດາກົນໄກໂອ້ລົມສົນທະນາກ່ຽວກັບສິດທິມະນຸດກັບປະເທດຈຳນວນຫນຶ່ງ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ແບ່ງປັນບົດຮຽນ ແລະ ເປີດບັນດາກາລະໂອກາດຮ່ວມມືສອງຝ່າຍໃນຂົງເຂດສິດທິມະນຸດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top