• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕາງຫນ້າ ອາຊຽນ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ

ຄວາມວິຕົກກັງວົນກ່ຽວກັບສະພາບການເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ ແມ່ນການລາຍງານຂອງຫວຽດນາມ ຢູ່ ວາລະປະຊຸມເປີດຂອງ ສປຊ ກ່ຽວກັບເດັກນ້ອຍ ແລະ ການປະທະກັນດ້ວຍການປະກອບອາວຸດ ໃນວັນທີ 2 ສິງຫາ ຢູ່ ນິວຢອກ. 


ເດັກຢູ່ ຄ້າຍຊົ່ວຄາວ Ankara, ປະເທດ ຕວກກີ

ພາບ:vietnam+


ເມື່ອຕາງຫນ້າໃຫ້ຫວຽດນາມ ກ່າວຄຳເຫັນ ທີ່ ສປຊ, ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນຫນັກວ່າ: ເຖິງ ວ່າ ອາຊຽນ ຮັບຮູ້ຄວາມຄືບຫນ້າ ແຕ່ສະພາບການເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ ເບິ່ງລວມແລ້ວ ຍັງແມ່ນບັນຫາເປັນຫນ້າວິຕົກກັງວົນ. ທ່ານ ດັ້ງດີງກູຍ ຢຶນຢັນວ່າ: ອາຊຽນ ຍາມໃດກໍ່ມີຄວາມເອົາໃຈໃສ່, ຖືເປັນສຳຄັນການຊຸກຍູ້ຄວາມມາພະຍາຍາມຮັບປະກັນສິດຂອງເດັກນ້ອຍໃນການປະທະກັນດ້ວຍການປະກອບອາວຸດ ຢູ່ທັງລະດັບຊາດ ແລະ ພາກພື້ນ ຜ່ານບັນດາການເຄື່ອນໄຫວຄື: ການເຈລະຈາ ອາຊຽນ ກ່ຽວກັບສົນທິສັນຍາກ່ຽວກັບສິດຂອງເດັກນ້ອຍ, ການເຈລະຈາປະຈຳປີ ລະຫວ່າງ ຄະນະກຳມະການ ອາຊຽນ ກ່ຽວກັບການຊຸກຍູ້ ແລະຮັບປະກັນສິດແມ່ຍິງ, ເດັກຍິງ ກັບ ຜູ້ຕາງຫນ້າພິເສດຂອງ ເລຂາທິການໃຫຍ່ ສປຊ ກ່ຽວກັບ ການໃຊ້ຄວາມຮຸນແຮງຕໍ່ເດັກ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top