• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັ້ງໜ້າຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ

      ວັນທີ 23 ກໍລະກົດ, ຢູ່ນະຄອນດ່າໜັງຂອງຫວຽດນາມ, ໄດ້ດໍາເນີນກອງປະຊຸມສະຫຼຸບກາງໄລຍະ ກ່ຽວກັບເລື່ອງປະຕິບັດແຜນຮ່າງກໍ່ສ້າງ ຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ ຮອດປີ 2025 ( ແຜນຮ່າງ 161) ເຂດພາກກາງ.
      ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ຢູ່ໃນລະດັບຊາດ, ມາຮອດປັດຈະບັນນີ້ ໄດ້ມີ 9/11 ກະຊວງ, ຂະແໜງການ ຂຶ້ນກັບປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ ຢູ່ຫວຽດນາມ  ໄດ້ສ້າງແຜນການປະຕິບັດ. ຢູ່ໃນລະດັບທ້ອງຖ່ິ່ນ, ມີ 54/63 ແຂວງ, ນະຄອນ ໄດ້ປະກາດໃຊ້ແຜນການເຄື່ອນໄຫວໄລຍະ 2016 - 2020 ແລະຜັນຂະຫຍາຍຢ່າງຕັ້ງໜ້າ. ຕົວຢ່າງຄື ຢູ່ນະຄອນດ່າໜັງ, ທາງນະຄອນໄດ້ສຸມໃສ່ຊີ້ນໍາປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການສ້າງວຽກເຮັດງານທໍາ ດ້ວຍຫຼາຍນະໂຍບາຍຄົບຊຸດ; ຈັດຕັ້ງບັນດາຂະບວນການອາສາສະໝັກ, ການເຄື່ອນໄຫວສັງຄົມມຸ່ງໄປສູ່ວົງຄະນະຍາດ... , ການພົບປະແລກປ່ຽນວັດທະນະທໍາ, ສະແດງສິລະປະ ກັບບັນດາປະເທດອາຊຽນ.
        ໂດຍໄດ້ຮັບຮູ້ວ່າ, ແຜນການສັງລວມຂອງປະຊາຄົມວັດທະນະທໍາສັງຄົມ ອາຊຽນ ລະດັບຊາດ ຂອງຫວຽດນາມ ແມ່ນມຸ່ງໄປເຖິງເປົ້າໝາຍສະໜິດຕິດພັນ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ; ເອົາໃຈໃສ່ໂຄສະນາ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ ກ່ຽວກັບອາຊຽນ ແລະ ບັນດາຜົນປະໂຫຍດ ເຊິ່ງອາຊຽນນໍາມາໃຫ້. ພ້ອມທັງ, ມຸ່ງໄປເຖິງເປົ້າໝາຍເຊື່ອມໂຍງ, ສຸມໃສ່ເລື່ອງເພີ່ມທະວີ, ເປີດກວ້າງ ແລະ ປະຕິບັດນະໂຍບາຍກ່ຽວກັບບັນຫາຊ່ວຍໜູນສັງຄົມ. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top