• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຊຸກຍູ້ການສົ່ງອອກສິນຄ້າຢ່າງແຮງ

ກອງປະຊຸມຄັ້ງນີ້ ແມ່ນສຸມໃສ່ປຶກສາຫາລືບັນດາມາດຕະການ, ແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດເພື່ອຊຸກຍູ້ການສົ່ງອອກສິນຄ້າໃຫ້ແຮງກວ່າອີກ.


ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກພ້ອມດ້ວຍຜູ້ແທນເຂົ້າຮ່ວມກອງປະຊຸມ

(ພາບ: Thong Nhat/ TTXVN)

ຕອນເຊົ້າວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບມາດຕະການສັງລວມຊຸກຍູ້ການສົ່ງອອກສິນຄ້າ, ດ້ວຍການເຂົ້າຮ່ວມໂດຍກົງທາງເຄືອຂ່າຍອິນເຕີເນັດຂອງບັນດາທ້ອງຖິ່ນໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ ແມ່ນສຸມໃສ່ປຶກສາຫາລືບັນດາມາດຕະການ, ແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດເພື່ອຊຸກຍູ້ການສົ່ງອອກສິນຄ້າໃຫ້ແຮງກວ່າອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຖືວ່າຢູ່ໃນໂລກນີ້, ພວມປະກົດມີໄພອັນຕະລາຍເກີດສົງຄາມການຄ້າ ຕໍ່ໜ້າທ່າອ່ຽງອາລັກຂາເພີ່ມຂຶ້ນ. ບັນດາປະເທດໄດ້ຍົກລະດັບບັນດາມາດຕະຖານສູງກວ່າ, ພິເສດແມ່ນສຳລັບຜະລິດຕະພັນກະເສດ, ທັນຍາຫານ, ນັບທັງຂໍ້ກຳນົດກ່ຽວກັບການຈັບຫາສິນໃນນ້ຳຖືກກົດໝາຍ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງການຜະລິດຕ້ອງຕິດພັນກັບຕະຫຼາດ, ການສົ່ງອອກບັນດານປະເພດສິນຄ້າທີ່ຕະຫຼາດມີຄວາມຕ້ອງການ ຫາກບໍ່ແມ່ນບັນດາປະເພດສິນຄ້າທີ່ຫວຽດນາມມີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໃສ່ໃຈວຽກງານປະຕິຮູບລະບຽບການບໍລິຫານ ແລະບັນດາມາດຕະການຍົກສູງກຳລັງຄວາມສາມາດແກ່ງແຍ້ງຜະລິດຕະພັນສົ່ງອອກຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top