• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຄວນພັດທະນາແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານຕອບສະໜອງຄວາມຕ້ອງການຂອງໂລກ

      ຕອນເຊົ້າວັນທີ 19 ຕຸລາ, ຢູ່ນະຄອນໂຮ່ຈີມິນ ໄດ້ໄຂກອງປະຊຸມສົ່ງອອກການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ 2017 ( Vietnam ITO Conference 2017 ) ດ້ວຍການເຂົ້າຮ່ວມຂອງຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດ 500 ຄົນ. 

ພາບປະກອບ
      ນີ້ແມ່ນກອງປະຊຸມໃຫຍ່ສຸດຢູ່ຫວຽດນາມ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ດ້ວຍຈຸດປະສົງ ແມ່ນແນະນຳກຳລັງຄວາມສາມາດໃນການພັດທະນາຊອັບແວ, ຄວາມສາມາດສະໜອງການບໍລິການ ແລະ ເປີດກາລະໂອກາດ ຮ່ວມມືລົງທຶນຂອງຫວຽດນາມກັບໂລກ. ທີ່ກອງປະຊຸມ, ບັນດາຜູ້ແທນຢືນຢັນວ່າ ການປະຕິວັດອຸດສາຫະກຳ 4.0 ທີ່ພວມດຳເນີນ ແມ່ນໂອກາດຄຳເພື່ອໃຫ້ຂະແໜງຊອັບແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຫວຽດນາມພັດທະນາຢ່າງແຮງ, ຍົກສູງມູນຄ່າ ແລະ ກາຍເປັນສູນເຕັກໂນໂລຊີຂໍ້ມູນຂ່າວສານມີຄຸນນະພາບສູງຂອງພາກພື້ນ. ຄຽງຂ້າງນັ້ນ, ຫວຽດນາມຄວນມີມາດຕະການໃຫ້ບັນຫາຍົກສູງຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດໃຫ້ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດທົ່ວໂລກໃນປະຈຸບັນ. ທ່ານ ເລິມຫງວຽນຫາຍລອງ, ຜູ້ອຳນວຍການສວນສາທາລະນະຊອັບແວ ກວາງຈູງ, ປະທານສະຫະພັນບັນດາວິສາຫະກິດສົ່ງອອກຊອັບແວຫວຽດນາມ ( VNITO Alliance ), ຖືວ່າ
        “ ພວກຂ້າພະເຈົ້າຍັງເຕີບໂຕຢ່າງສະໝ່ຳສະເໝີ ແຕ່ການເຕີບໂຕນັ້ນ ຍັງບໍ່ທັນຕອບສະໜອງ ຄວາມມຸ່ງມາດປາຖະໜາ ແລະ ຄວາມຕ້ອງການຂອງຕະຫຼາດໂລກເທື່ອ. ດ້ວຍເຫດນັ້ນ, ພວກຂ້າພະເຈົ້າຈຶ່ງສະເໜີບາງມາດຕະການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຊອັບແວຫວຽດນາມຂຶ້ນ
 (ແຫຼ່ງຄັດຈາກ VOV)

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top