• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ຮັບການຄາດຄະເນແມ່ນຕະຫຼາດການຄ້າເອເລັກໂຕນີກພັດທະນາໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້

      ປະລິມານສິນຄ້າໄດ້ຊື້ທາງອອນລາຍຢູ່ ຫວຽດນາມ ໃນປີ 2021 ເພີ່ມຂຶ້ນ 50% ເມື່ອທຽບໃສ່ປີ 2020
(ພາບປະກອບ: baodautu.vn)
      ບົດລາຍງານສຳຫຼວດປະຈຳປີ SYNC ອາຊີຕາເວັນອອກສ່ຽງໃຕ້ Facebook ແລະ Bain & Company ປະກາດໃນວັນທີ 25 ພະຈິກ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ຈະແມ່ນຕະຫຼາດການຄ້າເອເລັກໂຕນິກພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2026, ດ້ວຍຍອດມູນຄ່າສິນຄ້າການຄ້າເອເລັກໂຕນິກບັນລຸ 56 ຕື້ USD, ທົບ 4,5 ເທົ່າການຄາດຄະເນໃນປີ 2021. ບົດລາຍງານຕີລາຄາວ່າ ຫວຽດນາມ ພວມນຳໜ້າໃນເລື່ອງຊຸກຍູ້ການປ່ຽນແປງ ແລະ ກຳແໜ້ນກາລະໂອກາດພັດທະນາ ໂດຍອີງໃສ່ການຫັນປ່ຽນດີຈີຕອນໃນໄລຍະຫຼັງໂລກລະບາດໂຄວິດ-19.
        ບົດລາຍງານໄດ້ຍົກອອກມາ ໂດຍອີງໃສ່ການສຳຫຼວດຜູ້ບໍລິໂພກດີຈີຕອນປະມານ 16.700 ຄົນ ແລະ ພາລະກອນຂັ້ນສູງກວ່າ 20 ຄົນຢູ່ 6 ປະເທດ ອາຊີຕາເວັນອອກສ່ຽງໃຕ້. ຕາມຕົວເລກສະຖິຕິ, ຢູ່ ຫວຽດນາມ, ໃນຈຳນວນຜູ້ບໍລິໂພກ 10 ຄົນ ຈະມີ 7 ຄົນນຳໃຊ້ດີຈີຕອນ ແລະ ທົ່ວປະເທດມີຜູ້ບໍລິໂພກ 53 ລ້ານຄົນໃນທ້າຍປີ 2021. ປະລິມານສິນຄ້າໄດ້ຊື້ທາງອອນລາຍຢູ່ ຫວຽດນາມ ໃນປີ 2021 ເພີ່ມຂຶ້ນ 50% ເມື່ອທຽບໃສ່ປີ 2020, ໃນຂະນະທີ່ຮ້ານຂາຍທາງອອກນລາຍຢູ່ ຫວຽດນາມ ກໍ່ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2020, ພາໄປເຖິງປະລິມານການຂາຍຍ່ອຍທັງໝົດໃນທົ່ວປະເທດເພີ່ມຂຶ້ນ 1,5 ເທົ່າ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top