ໃນວັນທີ 18 ແລະ 20 ກຸມພາ, ຢູ່ ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືເປີດ ຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ “ການປະຕິບັດລັດທິຫຼາຍຝ່າຍ, ປະຕິຮູບ ແລະ ຍົກສູງປະສິດທິຜົນການຄຸ້ມຄອງທົ່ວໂລກ”.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຕໍ່ທ່າອ່ຽງເພີ່ມທະວີການກະທຳພຽງລຳພັງຝ່າຍດຽວໃນການພົວພັນສາກົນ, ເຮັດໃຫ້ລະບົບຫຼາຍຝ່າຍເຊິ່ງເຄີຍເປັນພື້ນຖານຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນໃນ 8 ທົດສະວັດຜ່ານມາອ່ອນແອລົງ. ທ່ານເນັ້ນໜັກວ່າ, ຕ້ອງປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍ, ຍົກສູງສຽງເວົ້າ ແລະ ການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາ ເພື່ອຮັບປະກັນລັກສະນະເປັນຕົວແທນ, ປະຊາທິປະໄຕຂອງບັນດາລະບອບດັ່ງກ່າວ. ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ, ຍາມໃດກໍ່ມານະພະຍາຍາມປະກອບສ່ວນຢ່າງແທດຈິງ, ຕັ້ງໜ້າ ເພື່ອປັບປຸງບັນດາລັດທິຫຼາຍຝ່າຍທົ່ວໂລກ ແລະ ພາກພື້ນ, ພິເສດແມ່ນສະຫະປະຊາຊາດ ແລະ ອາຊຽນ. ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ສ່ອງແສງຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ຄວາມສາມັກຄີ ແລະ ການຮ່ວມມືສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ມີຄວາມວັດທະນາຖາວອນ ແລະ ມີຄວາມຍຸຕິທຳຫຼາຍກວ່າສຳລັບທຸກໆຄົນ.