ຂ່າວສານ
ຫວຽດນາມ ແລະ ຈໍແດນ ຕ້ອງກາຍເປັນບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈແຖວໜ້າຂອງກັນຢູ່ແຕ່ລະພາກພື້ນ
ຕອນບ່າຍວັນທີ 03 ກຸມພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Mazen Turki El Qadi, ປະທານສະພາຕ່ຳ ຈໍແດນ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 02 – 05 ກຸມພາ 2026.
ທ່ານເລຂາທິການໃຫຍ່ໂຕເລິມ ເນັ້ນໜັກວ່າ ຈໍແດນ ແລະ ຫວຽດນາມ ລ້ວນແຕ່ພວມຢູ່ໃນຈຸດເວລາເພື່ອສ້າງສັງກາດພັດທະນາໃໝ່ ແລະ ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ. ບົນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບ ຈໍແດນ ໃຫ້ຫຼາຍກວ່າ.
ສ່ວນທ່ານປະທານສະພາຕ່ຳ Mazen Turki El Qadi ໃຫ້ຮູ້ວ່າ ຈໍແດນ ປາດຖະໜາຢາກຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດທີ່ ຫວຽດນາມ ມີທ່າແຮງ, ພິເສດແມ່ນດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ບັນດາຂະແໜງເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ.
2 ຝ່າຍກໍ່ເຫັນດີຮ່ວມມືກັນ ເພື່ອປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມລວມເພື່ອຊຸກຍູ້ສັນຕິພາບ, ແກ້ໄຂການປະທະກັນ ແລະ ສ້າງພາກພື້ນຂຶ້ນໃໝ່, ໃນນັ້ນມີເລື່ອງ ຕັ້ງໜ້າເຂົ້າຮ່ວມສະພາສັນຕິພາບ ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ ເຊິ່ງ ຫວຽດນາມ ແລະ ຈໍແດນ ລ້ວນແຕ່ເປັນສະມາຊິກ.








