• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຈີນ ສະແດງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ລະດັບສູງ

2 ຝ່າຍສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ແລະ ປາດຖະໜາຢາກນຳການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່.
  ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)  

ຕອນ​ບ່າຍ​ວັນ​ທີ 23 ເມ​ສາ, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​. ທ່ານ​ນາງ ຟ້າມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຕອບ​ສຳ​ພາດ​ຂອງ​ບັນ​ດາ​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ພົ້ນ​ເດັ່ນ​ໃນ​ການ​ຢ້ຽມ​ຢາມ​ ຈີນ ຂອງ​ທ່ານ ໂຕ​ເລິມ, ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ.

ຕາມນັ້ນ​ແລ້ວ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ​ປ.ຈີນ ແຕ່​ວັນ​ທີ 14 – 17 ເມ​ສາ ແມ່ນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພາຍ​ຫຼັງ​ບູ​ລະ​ນະ​ຕຳ​ແໜ່ງ​ການ​ນຳ. ກ່ຽວ​ກັບ​ດ້ານ​ການ​ເມືອງ, 2 ຝ່າຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ລະ​ດັບ​ສູງ ແລະ ປາດ​ຖະ​ໜາ​ຢາກ​ນຳ​ການ​ພົວ​ພັນ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ເນື່ອງ​ໃນ​ໂອ​ກາດນີ້, ມີ​ເອ​ກະ​ສານການ​ຮ່ວມ​ມື​ 32 ສະ​ບັບ​​ໃນ​ຫຼາຍ​ຂົງ​ເຂດໄດ້​ຮັບ​ການ​ລົງ​ນາມ. ກ​່ຽວ​ກັບ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ການ​ນຳ 2 ທ່ານ​ໄດ້​ອອກ​ຖ​ະ​ແຫຼງ​ການ​ເລີ່ມ​ເປີດ​ປີ​​ຮ່ວມ​ມື​ດ້ານ​ການທ່ອງ​ທ່ຽວ ຫວຽດ​ນາມ - ຈີນ 2026 – 2027.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top