• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ

      ວັນທີ 11 ມັງກອນ, ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ - ກຳປູເຈຍ ໄດ້ຮັບການປະຕິບັດຕາມເນືື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະສາສະໜາລັດຖະບານ ແລະ ກະຊວງພິທີການ ແລະ ສາສະໜາ ກຳປູເຈຍ ເຊິ່ງດຳເນີນຢູ່ນະຄອນ ດ່າລາດ, ແຂວງ ເລີມດົ່ງ

ທ່ານ ຫວູຈ໊ຽນທັ໊ງ, ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ (ພາບ: TTXVN )
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູຈ໊ຽນທັ໊ງ, ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ ຊີ້ແຈ້ງວ່າ:
        ໃນສະພາບທີ່ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ນັບມື້ນັບພັດທະນາ, ການພົວພັນລະຫວ່າງ 2 ອົງການສາສະໜາຂອງ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ ໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າ. ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ - ກຳປູເຈຍ ຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນແບ່ງປັນບົດຮຽນພຶດຕິກຳຕົວຈິງ ໃນວຽກງານຄຸ້ມຄອງລັດກ່ຽວກັບສາສະໜາຂອງແຕ່ລະປະເທດ, ຜ່ານນັ້ນ ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງກ່ວາອີກ, ເພີ່ມທະວີປະສິດທິພາບ, ປະສິດທິຜົນໃນຂົງເຂດສາສະໜາ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງສັງຄົມ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງຢູ່ທັງ 2 ປະເທດ.
        ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ - ກຳປູເຈຍ ຖືກດຳເນີນແຕ່ວັນທີ 11 – 15 ມັງກອນ 2019 ຢູ່ນະຄອນ ດ່າລາດ, ແຂວງ ເລີມດົ່ງ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top