• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ

      ຕອນບ່າຍວັນທີ 09 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Nay Pena ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Nay Pena
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: 2 ປະເທດຕ້ອງເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບກ່ວາອີກ; ຮ່ວມມືສະໜັບສະໜູນບັນດາຜົນປະໂຫຍດອັນຊອບທຳຂອງກັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ. 2 ປະເທດສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ນຳວົງເງິນການຄ້າ 2 ຝ່າຍບັນລຸ 5 ຕື້ USD ໂດຍໄວ; ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ 2 ປະເທດຈະເພີ່ມທະວີການສົມທົບກັນ ຊຸກຍູ້ບັນດາອົງການສຳນັກງານທີ່ກ່ຽວຂ້ອງ ສຳເລັດວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກໂດຍໄວ, ສືບຕໍ່ສ້າງເສັ້ນຊາຍແດນ 2 ປະເທດກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

 ການເຈລະຈາ
       ສ່ວນທ່ານ Nay Pena ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ ໃຫ້ຮູ້ວ່າ: ການຢ້ຽມຢາມແມ່ນສະແດງໃຫ້ເຫັນສານການພົວພັນອັນດີງາມລະຫວ່າງ ກຳປູເຈຍ ແລະ ຫວຽດນາມ. ທ່ານ Nay Pena ຮອງປະທານຜູ້ທີໜຶ່ງສະພາສູງ ກຳປູເຈຍ ກໍ່ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບ ໝາກຜົນແຫ່ງການເຈລະຈາກັບທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ. 2 ຝ່າຍໄດ້ແບ່ງປັນບັນດາບົດຮຽນໃນເລື່ອງຊຸກຍູ້ການພັດທະນາເສດຖະກິດສັງຄົມ ແລະ ເພີ່ມທະວີການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top