• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນໜຶ່ງໃນຈຳນວນ 6 ປະເທດເຕີບໂຕໄວໃນ ອາຊຽນ

ກຳລັງແຮງຂອງ ອາຊຽນ ແມ່ນຄວາມເປັນຫຼາຍຮູບຫຼາຍແບບ; ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຢູ່ ອາຊີ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ
(ພາບປະກອບ: TTXVN)

6 ພື້ນຖານເສດຖະກິດຂຶ້ນກັບ ອາຊຽນ ລວມມີ: ມາເລເຊຍ, ສິງກະໂປ, ໄທ, ອິນໂດເນເຊຍ, ຟີລິບປິນ ແລະ  ຫວຽດນາມ ຈະບັນລຸລະດັບເຕີບໂຕ 4,2% ໃນປີ 2023, ລື່ນກາຍການຄາດຄະເນລະດັບເຕີບໂຕ GDP ທົ່ວໂລກ (2,0%). ນີ້ແມ່ນຂໍ້ສັງເກດຂອງທ່ານ Khairussaleh Ramli, ປະທານ ທັງເປັນຫົວໜ້າຝ່າຍບໍລິຫານງານ (CEO) ກຸ່ມບໍລິສັດ Maybank (ມາເລເຊຍ), ຍົກອອກມາຫວ່າງມໍ່ໆມານີ້.

ໂດຍຄັດສະເໜີການຄາດຄະເນການເຕີບໂຕຂອງກຸ່ມນັກຄົ້ນຄວ້າຂຶ້ນກັບບໍລິສັດດັ່ງກ່າວ, ທ່ານ Khairussaleh Ramli ຕີລາຄາວ່າ, ກຳລັງແຮງຂອງ ອາຊຽນ ແມ່ນຄວາມເປັນຫຼາຍຮູບຫຼາຍແບບ; ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຢູ່ ອາຊີ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ, ຖັດຈາກ ອາເມລິກາ, ຈີນ, ຍີ່ປຸ່ນ ແລະ ເຢຍລະມັນ. ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ອາຊຽນໄດ້ເພີ່ມຂຶ້ນຄືນໃໝ່ໃນປີ 2021, ຂຶ້ນ 174 ຕື້ USD, ເພີ່ມຂຶ້ນເກືອບ 42% ເມື່ອທຽບໃສ່ປີ 2020, ເຊິ່ງໄດ້ສ່ອງແສງເຖິງຄວາມດູດດື່ມຂອງພື້ນຖານເສດຖະກິດຂອງພາກພື້ນທີ່ມີຕໍ່ບັນດານັກລົງທຶນທົ່ວໂລກ.

ຕາມທ່ານປະທານຂອງ Maybank ແລ້ວ, ຂົງເຂດທີ່ປະເອີບໃຈອ່ືນສຳລັບພື້ນຖານເສດຖະກິດຂອງພາກພື້ນແມ່ນການຫັນເປັນດີຈີຕອນ, ພິເສດແມ່ນໃນຂົງເຂດການບໍລິການການເງິນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top