ຂ່າວສານ
ຫວຽດນາມ ແບ່ງປັນ 3 ຂໍ້ສະເໜີກ່ຽວກັບການປະຕິບັດຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ
ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ທີ່ເຂົ້າຮ່ວມວາລະປະຊຸມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80, ຢູ່ ນິວຢອກ, ປະເທດ ອາເມລິກາ, ວັນທີ 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຄັ້ງທີ 1 ກ່ຽວກັບພື້ນຖານເສດຖະກິດທົ່ວໂລກແບບຍືນຍົງ, ກວມລວມ ແລະ ມີກຳລັງຕ້ານທານ: ປະຕິບັດບັນດາຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ.
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ໄດ້ແບ່ງປັນ 3 ຂໍ້ສະເໜີລະອຽດ, ລວມມີ: ທີໜຶ່ງ, ຖືມະນຸດເປັນໃຈກາງ, ແມ່ນກຳລັງໜູນຂອງທຸກນະໂຍບາຍ ແລະ ຍຸດທະສາດການພັດທະນາເພື່ອບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ; ທີ 2, ການເງິນໃຫ້ແກ່ການພັດທະນາຕ້ອງໄດ້ໃຫ້ບຸລິມະສິດໃຫ້ແກ່ບັນດາກຳລັງໜູນການເຕີບໂຕໃໝ່; ທີ 3, ຮຽກຮ້ອງວິທີສຳຜັດຢ່າງຮອບດ້ານຢູ່ລະດັບພາກພື້ນ ແລະ ທົ່ວໂລກ, ເພີ່ມລະດັບຄວາມໄວການປະຕິຮູບການຄຸ້ມຄອງການເງິນທົ່ວໂລກຕາມທິດໂປ່ງໃສ, ຍຸຕິທຳ ແລະ ກວມລວມກວ່າ, ສົ່ງເສີມການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາລະບອບລະບຽບການພາກພື້ນ, ພິເສດແມ່ນບັນດາລະບອບລະບຽບການໂດຍບັນດາປະເທດທາງທິດໃຕ້ນຳພາ.