• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນປະທານກອງປະຊຸມຂອງຄະນະກຳມະການສະພາຄວາມໝັ້ນຄົງ ກ່ຽວກັບ ຊູດັງໃຕ້

      ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຢູ່ຊູດັງໃຕ້ ເພີ່ມທະວີການຮັບປະກັນໃຫ້ໄດ້ສຳຜັດກັບທັນຍາຫານ, ການສຶກສາ ແລະ ສາທາລະນະສຸກໃຫ້ແກ່ເດັກນ້ອຍ ແລະ ຊຸກຍູ້ລາຍການເຊື່ອມຕົວຄືນໃໝ່ສຳລັບເດັກນ້ອຍທີ່ຖືກເກນເຂົ້າກຸ່ມປະກອບອາວຸດ. 
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)
      ວັນທີ 15 ຕຸລາ, ຢູ່ ນິວຢອກ, ອາເມລິກາ, ໃນຖານະເປັນປະທານຄະນະກຳມະການສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ຊູດັງໃຕ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານກອງປະຊຸມຂອງຄະນະກຳມະການ ດ້ວຍການເຂົ້າຮ່ວມຂອງທ່ານນາງ Virginia Gamba, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບເດັກນ້ອຍ ແລະ ການປະທະກັນດ້ວຍ ອາວຸດ.
            ກ່າວຄຳເຫັນໃນນາມປະເທດ, ທ່ານດັ້ງດິ່ງກຸ໊ຍ ຕີລາຄາສູງຕໍ່ວິວັດທະນາການທີ່ຕັ້ງໜ້າທາງດ້ານການເມືອງ - ຄວາມໝັ້ນຄົງ ຢູ່ຊູດັງໃຕ້ ນັບແຕ່ລັດຖະບານຂ້າມຜ່ານໄດ້ສ້າງຕັ້ງຂຶ້ນ, ຜ່ານນັ້ນ ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ແກ່ການປົກປ້ອງກຸ່ມທີ່ມີຄວາມສ່ຽງ, ໃນນັ້ນມີເດັກນ້ອຍ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຢູ່ຊູດັງໃຕ້ ເພີ່ມທະວີການຮັບປະກັນໃຫ້ໄດ້ສຳຜັດກັບທັນຍາຫານ, ການສຶກສາ ແລະ ສາທາລະນະສຸກໃຫ້ແກ່ເດັກນ້ອຍ ແລະ ຊຸກຍູ້ລາຍການເຊື່ອມຕົວຄືນໃໝ່ສຳລັບເດັກນ້ອຍທີ່ຖືກເກນເຂົ້າກຸ່ມປະກອບອາວຸດ. ທ່ານເອກອັກຄະລັດຖະທູດ ກໍສະແດງຄວາມປາດຖະໜາວ່າ ສປຊ, ບັນດາປະເທດ, ອົງການຈັດຕັ້ງຢູ່ພາກພື້ນ ແລະ ຄູ່ຮ່ວມມືສາກົນອື່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອຊູດັງໃຕ້ໃນວິວັດທະນາການຂ້າມຜ່ານ, ໃນນັ້ນ ມີເລື່ອງປົກປ້ອງເດັກນ້ອຍ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top