• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເນັ້ນໜັກເຖິງຄວາມຈຳເປັນຕ້ອງສະຫງວນແຫຼ່ງກຳລັງແຫ່ງຊາດ ແລະ ສາກົນໃຫ້ແກ່ສັນຕິພາບ, ການພັດທະນາ ແລະ ມະນຸດ

ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ປະຊາຄົມສາກົນ ພ້ອມກັນມານະພະຍາຍາມຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ໂຄງການດຳເນີນງານ 2030 ແລະ ບັນດາຄຳໝັ້ນສັນຍາ, ບຸລິມະສິດທົ່ວໂລກອື່ນໆ
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມບໍລິຫານກອງປະຊຸມ  

ວັນທີ 06 ກຸມພາ, ຢູ່ ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດຊຸດທີ 77 ໄດ້ຈັດກອງປະຊຸມຄົບຄະນະກ່ຽວກັບບັນດາບຸລິມະສິດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃນປີ 2023. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຮອງປະທານສະມັດຊາໃຫຍ່, ເຂົ້າຮ່ວມບໍລິຫານກອງປະຊຸມ, ໄດ້ມີບົດກ່າວປາໄສດ້ວຍຖານະຕາງໜ້າປະເທດຊາດ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ປະຊາຄົມສາກົນ ພ້ອມກັນມານະພະຍາຍາມຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ໂຄງການດຳເນີນງານ 2030 ແລະ ບັນດາຄຳໝັ້ນສັນຍາ, ບຸລິມະສິດທົ່ວໂລກອື່ນໆ, ຜ່ານການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ທ່ານເອກອັກຄະລັດຖະທູດເນັ້ນໜັກເຖິງຄວາມຈຳເປັນສະຫງວນແຫຼ່ງກຳລັງແຫ່ງຊາດ ແລະ ສາກົນໃຫ້ແກ່ສັນຕິພາບ, ການພັດທະນາ ແລະ ມະນຸດ, ແກ້ໄຂການປະທະກັນໂດຍສັນຕິວິທີ, ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການໜູນຊ່ວຍດ້ານການເງິນ, ຮັບປະກັນແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງ.

 

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top