• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ເນປານ ອອກຖະແຫຼງການຮ່ວມ

      ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 9 – 13 ພຶດສະພາ ຂອງທ່ານນາຍົກລັດຖະມົນຕີ ເນປານ Prasad Sharma Oli ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ວັນທີ 11 ພຶດສະພາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ.
ທ່ານນາຍົກລັດຖະມົນຕີ ເນປານ Prasad Sharma Oli  ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ: vtv.vn)
      ຖະແຫຼງການຮ່ວມສະບັບດ່ັງກ່າວ ຊີ້ແຈ້ງວ່າ: ການນໍາສອງປະເທດຕີລາຄາວ່າ ການຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍ ຍັງຕໍ່າ ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ຕ້ອງຄົ້ນຄວ້າສ້າງຕັ້ງບັນດາກົນໄກຮ່ວມມືດ້ານເສດຖະກິດ, ການຄ້າ, ສົ່ງເສີມບັນດາວິສາຫະກິດສອງປະເທດສໍາຫຼວດຕະຫຼາດ, ເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ການແລກປ່ຽນການຄ້າ ພິເສດແມ່ນໃນບັນດາຂົງເຂດຄື ເຄື່ອງໄຟຟ້າ, ກາເຟ, ຊາ, ສິນໃນນໍ້າ... ຊອກຫາໂອກາດຮ່ວມມືໃນບັນດາຂົງເຂດໃໝ່ຄື ພະລັງງານ, ພະລັງງານຜະລິດຄືນໃໝ່, ກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ການທ່ອງທ່ຽວ.
        ນາຍົກລັດຖະມົນຕີທັງສອງທ່ານເຫັນດີ ພິຈາລະນາບັນດາຂໍ້ສະເໜີແນະກ່ຽວກັບການສໍາຜັດຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກະເສດທີ່ຕ່າງຝ່າຍຕ່າງມີທ່າແຮງ, ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວ ແລະ ຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ເຕັກນິກກະສິກໍາ, ເປີດກວ້າງການແລກປ່ຽນນັກຊ່ຽນຊານກະສິກໍາ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ ແລະ ຮ່ວມມືໃນຂົງເຂດວັດທະນະທໍາ, ການທ່ອງທ່ຽວ, ພົບປະແລກປ່ຽນປະຊາຊົນ ພ້ອມທັງເນັ້ນໜັກເຖິງຄວາມຕ້ອງການສ້າງສາຍການບິນໂດຍກົງ ແລະ ມອບໃຫ້ກະຊວງຄົມມະນາຄົມຂົນສົ່ງສອງປະເທດພິຈາລະນາຄວາມອາດສາມາດລົງນາມໃນສັນຍາການບໍລິການທາງການບິນ.
        ກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ, ສອງຝ່າຍຢັ້ງຢືນວ່າ ຄວາມສໍາຄັນຂອງການເຄົາລົບ ກົດບັດ ສປຊ ຢ່າງຄົບຖ້ວນ, ບັນດາຫຼັກການ ແລະ ມາດຕະຖານຂອງກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top