• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມມະຫາສະໝຸດສະຫະປະຊາຊາດ

ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ບັນຫາປົກປ້ອງສິ່ງມີຊີວິດຢູ່ທະເລ (Plankton).
ທ່ານາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບປະກອບ: VGP)

ວັນທີ 08 ມິຖຸນາ, ເປັນຄັ້ງທຳອິດທີ່ຄະນະຈັດກອງປະຊຸມມະຫາສະໝຸດສະຫະປະຊາຊາດຄັ້ງທີ 3 (UNOC 3) ຢູ່ນະຄອນ Nice, ປະເທດ ຝລັ່ງ ໄດ້ປະກາດບັນຊີລາຍຊື່ບັນດາປະມຸກລັດ ແລະ ລັດຖະບານເຂົ້າຮ່ວມເຫດການ. ມີປະມຸກລັດ ແລະ ລັດຖະບານ 63 ທ່ານໄດ້ເຂົ້າຮ່ວມເຫດການ. ຝ່າຍ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຄະນະຜູ້ແທນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ບັນຫາປົກປ້ອງສິ່ງມີຊີວິດຢູ່ທະເລ (Plankton). ສຳລັບບັນດາສິ່ງມີຊີວິດດັ່ງກ່າວ, ມະນຸດບໍ່ສາມາດເຫັນໄດ້ດ້ວຍຕາແບບທຳມະດາ, ແຕ່ພັດມີຄວາມຈຳເປັນໃຫ້ແກ່ຊີວິດຂອງສັດທະເລປະເພດຕ່າງໆ, ຮັບປະກັນລະບົບອາຫານໃຫ້ແກ່ມະນຸດ. ບັນດາສິ່ງມີຊີວິດດັ່ງກ່າວພວມປະເຊີນໜ້າກັບຄວາມສ່ຽງຖືກສູນພັນ ເມື່ອອຸນຫະພູມຂອງມະຫາສະໝຸດນັບມື້ນັບອຸນຂຶ້ນ.

        ກອງປະຊຸມມະຫາສະໝຸດສະຫະປະຊາຊາດຄັ້ງທີ 3 ຈະແມ່ນໂອກາດເພື່ອໃຫ້ບັນດາການນຳໂລກປຶກສາຫາລື ແລະ ຊອກຫາມາດຕະການແກ້ໄຂ, ກໍຄືໃຫ້ຄຳໝັ້ນສັນຍາຕໍ່ເລື່ອງອານຸລັກຮັກສາທະເລໃນຊຸມທົດສະວັດຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ແຜນ​ນະ​ໂຍ​ບາຍ​ໂຮມ ສາມ​ແຂວງ ເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ​ເຂົ້າ​ກັນ ນະໂຍ​ບາຍ​ໃຫຍ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ແຜນ​ນະ​ໂຍ​ບາຍ​ໂຮມ ສາມ​ແຂວງ ເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ​ເຂົ້າ​ກັນ ນະໂຍ​ບາຍ​ໃຫຍ່

ແຜນນະໂຍບາຍໂຮມສາມແຂວງເຂົ້າກັນ ເພື່ອສ້າງແຂວງເລິມດົ່ງ (ໃໝ່) ແມ່ນນະໂຍບາຍຊີ້ຂາດ, ທັງມີລັກສະນະຍຸດທະສາດ, ທັງມີລັກສະນະທີ່ມີຄວາມເປັນໄປໄດ້ເພື່ອນໃສ່ຍົກສູງປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງ, ບໍລິຫານ, ຈັດສັນຄືນເຂດພັດະນາຕາມທິດເປີດກ້ວາງ, ມີຄວາມສະໜິດຕິດພັນ, ຍືນຍົງ.

Top