• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮ່ວມມືກັນຢ່າງແໜ້ນແຟ້ນກັບ ອາຊຽນ ໜູນຊ່ວຍ ມຽນມາ ກ້າວໄປສູ່ມາດຕະການແກ້ໄຂໂດຍສັນຕິວິທີ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ສະແດງຄວາມວິຕົກກັງວົນຂອງ ຫວຽດນາມ ກ່ຽວກັບສະພາບການຂອງ ມຽນມາ ໃນໄລຍະກວ່າ 2 ປີຜ່ານມາ ເຊິ່ງຍັງບໍ່ທັນມີສັນຍານວ່າ ຈະໄດ້ຮັບການປັບປຸງເທື່ອ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບ: TTXVN)

ວັນທີ 16 ມີນາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 ໄດ້ຈັດກອງປະຊຸມຢູ່ ນິວຢອກ, ອາເມລິກາ ເພື່ອປືກສາຫາລືສະພາບການ ມຽນມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຂອງ ຫວຽດນາມ ກ່ຽວກັບສະພາບການຂອງ ມຽນມາ ໃນໄລຍະກວ່າ 2 ປີຜ່ານມາ ເຊິ່ງຍັງບໍ່ທັນມີສັນຍານວ່າ ຈະໄດ້ຮັບການປັບປຸງເທື່ອ. ໃນສະພາບການນັ້ນ, ຫວຽດນາມ ເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດແມ່ນບັນດາຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈຢ່າງສຸດຂີດ, ຢຸດຕິການໃຊ້ຄວາມຮຸນແຮງ ແລະ ເລີ່ມດຳເນີນວິວັດການເຈລະຈາ ເພື່ອບັນລຸໄດ້ມາດຕະການແກ້ໄຂໂດຍສັນຕິວິທີ ແລະ ຍືນຍົງ, ສອດຄ່ອງກັບເຈດຈຳນົງ ແລະ ຜົນປະໂຫຍດຂອງປະຊາຊົນ ມຽນມາ. ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງປະຕິບັດຂໍ້ຄວາມເຫັນດີເຫັນພ້ອມ 5 ຂໍ້ ເຊິ່ງບັນດາການນຳ ອາຊຽນ ຮັບຮອງເອົານັ້ນຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຮັບປະກັນສິດສຳຜັດມະນຸດສະທຳ ແລະ ການແພດໃຫ້ແກ່ປະຊາຊົນໝົດທຸກຄົນ ແລະ ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ພິເສດແມ່ນປົກປ້ອງສາມັນຊົນ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ, ດ້ວຍບົດບາດເປັນສະມາຊິກ ອາຊຽນ ແລະ ສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025, ຫວຽດນາມ ຈະສືບຕໍ່ສົມທົບກັບ ອາຊຽນ ແລະ ປະຊາຄົມສາກົນຢ່າງແໜ້ນແຟ້ນໃນການໜູນຊ່ວຍ ມຽນມາ ຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການເຈລະຈາ, ເພີ່ມທະວີຄວາມເຂົ້າໃຈ ແລະ ຮັດແຄບຄວາມແຕກໂຕນກັນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top