ຂ່າວສານ
ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍມຽນມາຢຸດຕິການໃຊ້ຄວາມຮຸນແຮງ ແລະ ສ້າງສະພາບການໃຫ້ມີສະຖຽນລະພາບ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຂອງ ຫວຽດນາມ ຕໍ່ສະພາບການບິນຂັ້ນໄດໃນການໃຊ້ຄວາມຮຸນແຮງຢູ່ ມຽນມາ, ໃນນັ້ນມີບັນດາເຫດການທີ່ດຳເນີນໃນວັນທີ 27 ມີນາ ທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດໄດ້ກ່າວປະນາມ ແລະ ຮຽກຮ້ອງໃຫ້ຢຸດຕິບັນດາການໃຊ້ຄວາມຮຸນແຮງທີ່ເລັ່ງໃສ່ສາມັນຊົນຢ່າງທັນການ. ຜູ້ຕາງໜ້າ ຫວຽດນາມ ຖືວ່າ ບຸລິມະສິດແຖວໜ້າໃນປັດຈຸບັນແມ່ນຮັບປະກັນຄວາມໝັ້ນຄົງ, ປອດໄພໃຫ້ແກ່ສາມັນຊົນ ແລະ ໜູນຊ່ວຍດ້ານມະນຸດສະທຳບໍ່ຖືກກີດຂວາງ ໃຫ້ແກ່ບັນດາຜູ້ຕ້ອງການໄດ້ຮັບການໜູນຊ່ວຍ, ເປັນຕົ້ນແມ່ນກຸ່ມທີ່ມີຄວາມສ່ຽງໃນສັງຄົມ.
ທ່ານເອກອັກຄະລັດຖະທູດ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການໂອ້ລົມສົນທະນາ, ການປ່ອງດ່ອງ, ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ດ້ວຍຈຸດສຸມແມ່ນປະຊາຊົນ, ໃນການຊອກຫາວິທີການໃຫ້ແກ່ສະພາບການຄືໃນປັດຈຸບັນ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບຂອງ ມຽນມາ ແລະ ພາກພື້ນ.
(ແຫຼ່ງຄັດຈາກ VOV)